ກຸ່ມ​ເສື້ອ​ແດງ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ເພຶ່ອ​ກົດ​ດັນ​ລັດ​ຖະ​ບານ​ໄທ

(GMT+08:00) 2009-02-02 15:18:09 cri
-----------------------------------------------------------------------------------------------------------------
ການ​ໂຮມ​ຊຸມນຸມປະ​ທ້ວງ​ທີ່​ກຸ່ມ​ແນວ​ໂຮມປະ​ຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ຫຼື​ກຸ່ມເສື້ອ​ແດງ​ຈັດຕັ້ງ​ຂຶ້ນນັ້ນ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ຂ້ອນ​ແຈ້ງ​ຂອງ​ວັນ​ທີ1​ກຸມພາ​ນີ້.​ແຕ່​ກຸ່ມ​ເສື້ອ​ແດ​ງ​ຍັງ​ກ່າວ​ເຕືອນ​ວ່າ,ຖ້າ​ລັດຖະບານ​ໄທ​ຫາກບໍ່​ສາມາດ​ຕອບ​ສະໜອງ​ຄວາມຮຽກ​ຮ້ອງ​ຂອງ​ເຂົາ​ເຈົ້າພາຍ​ໃນ15​ວັນ,ກຸ່ມ​ເສື້ອ​ແດ​ງຈະ​ໂຮມ​ຊຸມນຸມ​ປະ​ທ້ວງຕໍ່ຕ້ານ​ລັດ​ຖະບານ​ໄທຢ່າງ​ຂະໜາດ​ໃຫຍ່​ອີກ​ເທື່ອ​ໜຶ່ງ.ສະ​ຖານະ​ການ​ການ​ເມືອງ​ຂອງໄທ​ທີ່​ຫາ​ກໍ່ຄ່ອຍໆ​ມີສະຖຽນ​ລະ​ພາບ​ໄດ້​ປະ​ເຊີນ​ກັບ​ສະພາບ​ການ​ທີ່​ເຄັ່ງຕຶງ​ຂຶ້ນ​ອີກ​ເທື່ອ​ໜຶ່ງ.

ການໂຮມ​ຊຸມນຸມ​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງ​ເທື່ອ​ນີ້​ໄດ້​ແຈ້ງໃຫ້​ຊາບລ່ວງ​ໜ້າກ່ອນ​ຫຼາຍ​ມື້​ແລ້ວ.ຕໍ່​ເລື່ອງ​ນີ້,ຕຳ​ຫຼວດ​ໄທ​ໃຊ້ຕຳ​ຫຼວດ​5000ກວ່າ​ຄົນມາ​ຮັບ​ມື​ກັບການ​ປະ​ທ້ວງ,​ກອງທັບ​ຍັງ​ໄດ້​ແຕ່ງ​ທະຫານເຂົ້າ​ໄປ​ປ້ອງ​ກັນຢູ່​ໃນ​ທຳນຽບ​ລັດຖະບານ.ນີ້​ແມ່ນການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຂະໜາດ​ໃຫຍ່​​ອີກ​ເທື່ອ​ໜຶ່ງພາຍ​ຫຼັງ​ກຸ່ມ​ເສື້ອ​ແດງ​ໄດ້​ເຄີຍເຕົ້າ​ໂຮມຢູ່​ທາງ​ເຂົ້າ​ລັດຖະ​ສະພາ​ເພື່ອ​ກີດຂວາງ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ​ແລະ​ຄະນະ​ລັດຖະບານ​ຊຸດ​ໃໝ່​ບໍ່​ໃຫ້​ຖະ​ແຫຼ​ງນະ​ໂຍ​ບາຍຕໍ່​ລັດຖະ​ສະພາ​ໃນ​ທ້າຍ​ປີ​ກາຍ​ນີ້.ທ່ານ​ອະພິສິດ​ເວດ​ຊາ​ຊີວະ ນາຍົກ​ລັດຖະ​ມົນຕີ​ໄທ​ທີ່​ພວມ​ເຂົ້າຮ່ວມ​ເວທີ​ປຶ​ກສາ​ຫາລື​ເສດຖະກິດ​ໂລກ​ຢູ່​ດາ​ວົສ​ແຫ່ງ​ປະ​ເທດສະ​ວິສ ​ໄດ້​ກ່າວ​ໃນຕອນ​ຄ່ຳ​ວັນ​ທີ31​ມັງກອນ​ແລ້ວ​ນີ້​ວ່າ,ທ່ານ​ຈະ​ພິຈາ​ລະນາ​ຄວາມ​ຮຽກຮ້ອງທີ່​ເໝາະ​ສົມ​ທີ່ກຸ່ມ​ເສື້ອ​ແດງສະ​ເໜີອອກ​ມາ,​ແລະ​ຫວັງ​​ໃຫ້ບຸກຄົນ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຂອງ​ໄທ.

ສື່​ມວນ​ຊົນ​ໄທ​ເຫັນ​ວ່າ,ການ​ໂຮມ​ຊຸມ​ນຸມຂອງ​ກຸ່ມ​ເສື້ອ​ແດງ​ເທື່ອ​ນີ້​ແມ່ນ​ການສະ​ແດງກຳລັງ​ອີກ​ເທື່ອ​ໜຶ່ງ,ພ້ອມ​ກັນນັ້ນ ຍັງ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ,ຄວາມ​ຂັດ​ແຍ່ງກັນ​ທີ່​ສຳຄັນ​ຂອງ​ສະຖານະ​ການ​ໄທ​ຄືຄວາມ​ຂັດ​ແຍ່ງກັນ​ດ້ານ​ຜົນ​ປະ​ໂຫຍ​ດລະ​ຫວ່າງ​ປະຊາຊົນ​ລະດັບກາງ​ແລະ​ສູງ​ຢູ່​ໃນ​ຕົວ​ເມືອງ ກັບປະຊາ​ຊົນລະດັບ​ຕ່ຳ​ຢູ່​ຊົນ​ນະ​ບົດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ.ທ່ານ​ທັກສິນ​ທີ່​ໄດ້​ຮັບ​ຄວາມ​ສະໜັບ​ສະໜູນ​ຈາກປະ​ຊາຊົນ​ຜູ້​ທຸກ​ຍາກຍ້ອນ​ປະຕິບັດ​ນະ​ໂຍບາຍ​ທີ່​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​​ເຂົາ​ເຈົ້າ,​ເຖິງ​ວ່າ​ທ່ານ​ຖືກ​ປົດ​ຕຳ​ແໜ່ງ​ແລ້ວ​ຍ້ອນ​ຖືກ​ທະຫານ​ກໍ່ລັດ​ຖະປະ​ຫານ​ໃນ​ປີ2006​ກໍ່ຕາມ,​ແຕ່​ຍັງ​ມີ​ຄົນ​ສະໜັບ​ສະໜູນ​ຫຼາຍ​ຢູ່​ກຸ່ມ​ຜູ້ສະ​ໜັບ​ສະໜູນ​ທ່ານ​ທັກສິນ​ກັບ​ກຸ່ມບໍ່​ສະໜັບ​ສະໜູນ​ຍັງ​ແມ່ນ​ຫົວ​ຂໍ້​ສຳຄັນທີ່​ກ່ຽວ​ຂ້ອງກັບ​ຄວາມ​ຂັດ​ແຍ່ງ​ດ້ານ​ການ​ເມືອງ​ໄທ​ອັນ​ໜຶ່ງຄື​ເກົ່າ.

ໃນ​ປີ2008,​ໄທ​ມີນາ​ຍົກ​ລັດຖະ​ມົນຕີ​ເຖິງ4ຄົນ,ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ປັ່ນ​ປ່ວນ​​ໃນ​ການ​ເມືອງ​ໄທ.ຄົນທົ່ວ​ໄປ​ເປັນ​ຫ່ວງ​ຫຼາຍວ່າ,​ເທື່ອ​ນີ້ ຖ້າ​ຫາກກຸ່ມ​ເສື້ອ​ແດງ​ປະ​ທ້ວງ​ຢູ່​ຕາມ​ຖະໜົນ​ໄລຍະ​ຍາວ,​ໄທ​ຈະ​ຕົກ​ຢູ່​ໃນ​ສະຖານະ​ການ​ການ​ເມືອງ​ທີ່​ປັ່ນ​ປ່ວນຄືນ​ໃໝ່​,​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນທີ່​ຈະຈັດ​ຂຶ້ນ​ຢູ່​ໄທ​ໃນ​ວັນ​ທີ27​ເດືອນ​ນີ້ຫາ​ວັນ​ທີ1​​ເດືອນ​ໜ້າຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ແນ່ນອນ.

ກໍ່​ຄືກັບທີ່​ທ່ານ​ອະພິສິດ​ເຄີຍ​ກ່າວ​ມາ​ແລ້ວ​ວ່າ,ປະ​ຊາຊົນ​ໄທເບື່ອ​ໜ່າຍນຳ​ຄວາມ​ຂັດ​ແຍ່ງກັນ​ທາງດ້ານ​ການ​ເມືອງ​ແລ້ວ,ຄົນ​ສ່ວນ​ຫຼາຍບໍ່​ຢາກໃຫ້​ປະ​ເທດ​ຕົກ​ຢູ່​ໃນ​ສະຖານະ​ການ​ການ​ເມືອງ​ທີ່​ປັ່ນ​ປ່ວນ​ອີກ,ສະ​ນັ້ນອ ກຸ່ມ​ເສື້ອ​ແດງ​ຈະ​ກໍ່​ການ​ປະ​ທ້ວງ​ຢູ່​ຕາມ​ຖະໜົນ​ໄລຍະ​ຍາວ​ໄດ້​ຫຼື​ບໍ່,ຈຶ່ງ​ເປັນ​ເລື່ອງ​ທີ່​ຍັງ​ບໍ່​ແນ່ນອນ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>