ເດີ່ນຍົນເທິງຊົ່ງແຂວງຢຸນນານເລີ່ມນຳໃຊ້ຢ່າງເປັນທາງການ
(GMT+08:00) 2009-02-16 19:19:04 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ:ວັນທີ 16 ກຸມພານີ້,ເດີ່ນຍົນເທິງຊົ່ງແຂວງຢຸນນານຈີນໄດ້ເລີ່ມນຳໃຊ້ຢ່າງເປັນທາງການ,ຈາກເມືອງຄຸ່ນມີງ ເທດສະບານແຂວງຮອດເມືອງເທິງຊົ່ງຕ້ອງການພຽງແຕ່ 50 ນາທີເທົ່ານັ້ນ,ສ່ວນໃນເມື່ອກ່ອນ,ຕ້ອງຂີ່ລົດປະມານ 10 ຊົ່ວໂມງ.ນັບມາຮອດປະຈຸບັນ,ແຂວງຢຸນນານໄດ້ມີເດີ່ນຍົນພົນລະເຮືອນ 12 ແຫ່ງ,ລະຫວ່າງແຫຼ່ງທ່ອງທ່ຽວສຳຄັນຫຼາຍແຫ່ງໃນທົ່ວແຂວງ,ພາຍໃນ 1 ຊົ່ວໂມງກໍ່ສາມາດບິນໄປຮອດ.
ໃນໄລຍະທຳອິດ,ເດີ່ນຍົນເທິງຊົ່ງໄດ້ເປີດສາຍການບິນໄປກັບລະຫວ່າງເທິງຊົ່ງກັບຄຸ່ນມີງ,ແຕ່ລະມື້ມີ 3 ຖ້ຽວ.ໃນຕໍ່ໜ້ານີ້,ຈະເປີດສາຍການບິນລະຫວ່າງແຫຼ່ງທ່ອງທ່ຽວສຳຄັນເຊັ່ນຈາກເມືອງເທິງຊົ່ງໄປສິບສອງພັນນາ ເມືອງລີ້ຈ່ຽງແລະເມືອງດີຊີ້ງຕາມໆກັນ.ຫຼັງຈາກນັ້ນ,ຍັງມີແຜນຈະເປີດສາຍການບິນໄປນະຄອນປັກກິ່ງ ຊຽງໄຮ້ ກຸ້ຍຢາງ ຊີ່ອ່ານແລະແຫ່ງອື່ນໆ.
ເດີ່ນຍົນເທິງຊົ່ງແມ່ນເດີ່ນຍົນພົນລະເຮືອນທີ່ໃກ້ທີ່ສຸດກັບເສັ້ນຊາຍແດນ.ເມືອງເທິງຊົ່ງຕັ້ງຢູ່ເຂດຊາຍແດນພາກຕາເວັນຕົກແຂວງຢຸນນານ,ມີສາຍພູສາຍນ້ຳຕິດຈອດກັນກັບມຽນມາ,ນັບແຕ່ບູຮານນະການມານີ້,ກໍ່ແມ່ນຊຸມສຳຄັນແລະດ່ານການຄ້າທີ່ຕິດຕໍ່ກັບອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້,ຖືກເອີ້ນເປັນ"ເມືອງຜະລິດຍົກໃຫຍ່ທີໜຶ່ງຂອງຈີນ"ແລະ"ເມືອງຊາວຈີນຕ່າງດ້າວທີ່ໃຫຍ່ກວ່າໝູ່ຂອງແຂວງຢຸນນານ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ