ອາ​ຊຽນ​ເລັ່ງລັດ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ດຽວ​ກັນ​ມີ​ຜົນ​ດີ​ຕໍ່​ການ​​ເຮັດ​ໃຫ້​ເສດຖະກິດ​ຫລຸດ​ພົ້ນອອກ​ຈາກ​"ຄວາມຫນາວ​ເຢັນ"

(GMT+08:00) 2009-03-03 15:43:22 cri
-----------------------------------------------------------------------------------------------------------------

ກອງ​ປະຊຸມ​ສຸ​ດຍອດ​ອາ​ຊຽນຄັ້ງທີ 14 ​ໄດ້​ອັດ​ລົງ​ໃນ​ວັນ​ທີ 1 ມີນານີ້. ນັກວິ​ເຄາະ​ຊີ້​ອອກ​ວ່າ,ກອງ​ປະ​ຊຸມ​ສຸດ​ຍອດ​ເທື່ອ​ນີ້​ໄດ້ຜັນ​ຂະຫຍາຍ​ກົດ​ບັດ​ອາ​ຊຽນຕື່ມ​ອີກ, ​ເລັ່ງລັດ​ຂະ​ບວນວິວັດ​ເຊື່ອມ​ໂຍງ​ອາ​ຊຽນ​​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ,​ເຮັດ​ໃຫ້​ອາ​ຊຽນ​ເຂົ້າຢູ່​ໃນ​ແຖວ​ຫນ້າ​​ໃນ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ​ອາຊີ​ປາຊິ​ຟິກ,ມີ​ຜົນ​ດີ​​ໃຫ້​ອາ​ຊຽນຮ່ວມ​ກັນ​ຮັບ​ມື​ກັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ.ວັນ​ທີ 1 ມີນາ​ນີ້ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ຫົວ​ຫີນ​ຂອງ​ປະ​ເທດ​ໄທ​ໄດ້​ອັດ​ລົງ.ນີ້​ແມ່ນ​ຜູ່​ນຳ​ອາ​ຊຽນ​ເຕົ້າ​ໂຮມ​ກັນ​ເປັນຄັ້ງທຳ​ອິດ​ພາຍຫລັງ​ກົດ​ບັດ​ອາ​ຊຽນມີ​ຜົນ​ບັງຄັບໃຊ້​ໃນ​ເດືອນ​ທັນວາ​ປີ 2008 ​ເປັນຕົ້ນມາ, ກອງ​ປະຊຸມ​ສຸ​ດຍອດ​ເທື່ອ​ນີ້​ໄດ້​ຫາລື​ບັນຫາ​ສຳຄັນ​ຕ່າງໆ​ເຊັ່ນ​ເຮັດ​ແນ​ວ​ໃດ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ອາ​ຊຽນ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ພາຍ​ໃຕ້​ຂອບ​ກົດ​ບັດ​ອາ​ຊຽນ,​ໄດ້​ກ່າວ​ຢ້ຳວ່າ​ຈະ​ສ້າງ​ປະຊາ​ຄົມ​ອາ​ຊຽນທີ່​ຖື​ຄວາມຫມັ້ນຄົງ ​ເສດ ຖະກິດ ວັດທະນະທຳ​ແລະ​ສັງຄົມ​ເປັນ​ເສົາ​ຄ້ຳ​ນັ້ນ​ໃນ​ປີ 2015, ​ແລະ​ໄດ້​ເຊັນ​ຖະ​ແຫລ​ງການ​ແຜນປະຕິບັດ​ງານປະຊາ​ຄົມ​ອາ​ຊຽນ​ແຕ່​ປີ 2009-2015,​ແລະ​ເອກະສານ​ກ່ຽວ​ກັບ​ການ​ເມືອງ​ກັບ​ຄວາມ​ປອດ​ໄພ ​ເສດຖະກິດ ວັດທະນະ​ທຳ​ແລະ​ສັງຄົມ​ຂອງ​ອາ​ຊຽນ.

ທ່ານ​ເສີນ​ຊື້​ຊຸ້ນ ຫົວຫນ້າ​ຫ້ອງການ​ຄົ້ນຄວ້າ​ອາຊີ​ປາ​ຊິຟິກຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ກ່າວ​ວ່າ, ກອງ​ປະຊຸມ​ສຸ​ດຍອດ​ເທື່ອ​ນີ້​ຫັນ​ເປົ້າຫມາຍ​ໃຫ້​ກາຍ​ເປັນ​ບາດກ້າວ​ທີ່ຜັນ​ຂະຫຍາຍ​ໄດ້, ​ໄດ້​ປະຕິບັດ​ກົດ​ບັດ​ອາ​ຊຽນຕື່ມ​ອີກ, ​ເລັ່ງລັດ​ການ​ເຊື່ອມ​ໂຍງ​ອາ​ຊຽນ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ,​ເຮັດ​ໃຫ້​ອາ​ຊຽນ​ເຂົ້າສູ່​ແຖວ​ຫນ້າ​​ໃນ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ,​ແລະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ອາ​ຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ. ​ເຖິງ​ວ່າ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ໄດ້​ກ່າວ​ຢ້ຳ​ເຖິງ​ການ​ຮ່ວມ​ມື​ກໍ່ຕາມ,​ແຕ່​ການ​ເຊື່ອມ​ໂຍງ​ອາຊີ​ຕາ​ເວັນ​ອອກສຽງ​ເຫນືອ​ໃຫ້​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ນັ້ນຊັກ​ຊ້າ​ຫລາຍ, ອາ​ຊຽນກຳ​ໂອກາດ​ທີ່​ດີ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ຖື​ວ່າ​ແມ່ນ​ການ​ກະທຳ​ທີ່​ສະຫລາດ.


ບຸກຄົນ​ວົງ​ການ​ດັ່ງກ່າວ​ຊີ້​ອອກ​ວ່າ, ຂົງ​ເຂດ​​ແລະ​ຂະໜາດ​ການຮ່ວມ​ມື​ລະຫວ່າງ​ປະ​ເທດ​ສະມາຊິກ​ອາ​ຊຽນ​ດ້ວຍ​ກັນແລະ​ອາ​ຊຽນກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ອາຊີ​ພວມ​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ວິທີຮ່ວມ​ມື​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ລະດັບ​​ເພິ່ງ​ພາຮ່ວມ​ມື​ແລະ​ລະດັບ​ອາ​ໄສ​ເຊິ່ງກັນ​ແລະ​ກັນ​ກໍ​ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ນີ້​ຈະ​ເພີ່ມ​​ຄວາມ​ສາມາດ​ຮັບ​ມື​ກັບ​ການ​ທ້າ​ທາຍ​ທົ່ວ​ໂລກ​ປະ​ເພດ​ຕ່າງໆ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ຢ່າງ​​ແນ່ນອນ, ຊຸກຍູ້​ຂະ​ບວນ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາຊີ​ຕາ​ເວັນ​ອອກ​ເຊິ່ງ​ເອົາ​ອາ​ຊຽນ​ເປັນ​ຕົ້ນຕໍ.


ທ່ານ​ເສີງ​ຊື້​ຊຸ້ນກ່າວ​ເນັ້ນ​ວ່າ, ປັດຈຸບັນ, ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ, ​ເສດຖະກິດ​ໂລກ​ຊຸດ​ໂຊມ​ລົງ, ​ໃນ​ຖານະ​ເປັນ​ອົງ​ກອນ​ເສດຖະກິດ​​ໃໝ່​ທີ່​ຮ່ວມ​ມືກັບຕ່າງປະ​ເທດ, ອາ​ຊຽນກໍ​ຖືກ​ຜົນ​ກະທົບຄື​ກັນ​. ການຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ບໍ່​ສາມາດ​ອາ​ໄສ​ປະ​ເທດ​ໃດປະ​ເທດ​ໜຶ່ງຫຼື​ລັດທິ​ປົກ​ປ້ອງ​ການ​ຄ້າ, ຕ້ອງ​ຜ່ານ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ອາ​ຊຽນ, ​ເລັ່ງລັດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນຈິ່ງ​ສາມາດ​ແກ້​ໄຂ​ໄດ້. ອາ​ຊຽນ​ກັບ​ອາ​ເມ​ລິ​ກາ​ມີ​ການ​ພົວພັນ​ຢ່າງ​ໃກ້ຊິດ, ​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​​ເອີ​ລົບ​ກໍ​ພວມ​​ເພີ່ມ​ທະວີ​ຂຶ້ນ, ​ແຕ່​ຍ້ອນ​ວ່າ​​ໃນ​ຫວ່າງ​ມໍ່ໆ​ນີ້​ອາ​ເມ​ລິ​ກາ​ແລະ​ເອີ​ລົບ​ເກີດທ່າ​ອຽງ​ມີ​ລັດ​ທິປົກ​ປ້ອງ​ການ​ຄ້າ, ​ໃນ​ເວລາ​ນີ້​ຊຸກຍູ້​ຂະ​ບວນ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າກັນ, ​ເນັ້ນ​ໜັກ​ການ​ຄ້າ​ຢ່າງ​ເປີດ​ປະຕູ​ແລະ​ເສລີ, ຈະ​ມີ​ຜົນ​ດີ​ຕໍ່​ອາ​ຊຽນຮ່ວມ​ກັນ​ຮັບ​ມື​ກັບ​ຜົນ​ສະທ້ອນ​ທາງ​ລົບ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ.


ຂ່າວ​ແຈ້ງວ່າ, ​ ລະດັບການອາ​ໄສການ​ສົ່ງ​ອອກ​ຂອງເສດຖະກິດອາຊີ​​ສູງກວ່າ​​ແຫ່ງ​ອື່ນໆ​​ຂອງໂລກ 2 ​ເທົ່າ.   ​ເສດຖະກິດ​ຂອງທົ່ວ​ໂລກ​ໄດ້​ຕົກ​ຢູ່​ໃນ​ສະພາບ​ທີ່​ຊຸດ​ໂຊມ​ລົງ​ຢ່າງ​ຫນັກ​ຫນ່ວງ​ທີ່​ສຸດ​ ນັບ​ແຕ່​ 6 ​ເດືອນທ້າຍ​ປີ​ກາຍ​ນີ້ເປັນ​ຕົ້ນ​ມາ,  ນີ້​ເຮັດ​ໃຫ້​ເສດຖະກິດ​ຂອງ​ອາຊີ​​​ໄດ້​ຮັບຜົນ​ສະທ້ອນຫຼາຍຄື​ກັນ. ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ໃນ​ໄຕ​ມາດ​​ແລ້ວ​ນີ້ ​ຕ່ຳ​ທີ່ສຸດ​ໃນ​ໄລະຍະ 2 ປີ​ມາ​ນີ້. ​ເສດຖະກິດ​ຂອງສິງກະ​ໂປ​​ໄດ້ຊຸດ​ໂຊມ​ລົງ​ຢ່າງຫນັກຫນ່ວງ​ ​ໃນ ປະຫວັດສາດ​, ​ໄທກໍ່​ຄາດ​ວ່າ​ຈະ​ຕົກ​ຢູ່​ໃນ​ສະພາບ​ທີ່​ຊຸດ​​ໂຊມ​ລົງ​​​ເປັນເທື່ອ​ທຳ​ອິດ​​ໃນຮອບ10 ປີ​, ​ສ່ວນ​ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ມະ​ເລ​ເຊຍ​ໃນ​ໄຕ​ມາດ​ແລ້ວ​ນີ້​​ແມ່ນ​ຕ່ຳທີ່​ສຸດ​ໃນຮອບ 7 ປີ​.  ກ່ຽວ​ກັບ​ເລື່ອງ​ນີ້, ປະ​ເທດ​ຕ່າງໆ​ຂອງ​ອາຊີ​ ຈຶ່ງໄດ້​ວາງ​ອອກ​ແຜນການ​ຟື້ນ​ຟູຄວາມ​ຈະ​ເລີ​ນຂອງ​ເສດຖະກິດ​ທີ່​ມີ​ມູນ​ຄ່າປະມານ 700 ຕື້​ໂດ​ລາ​  ເພື່ອ​ກະຕຸ້ນລາຍ​ຈ່າຍຂອງຜູ່​ບໍລິ​ໂພ​ກ​ແລະວິ​ສາ​ຫະກິດ. ພ້ອມ​ກັນ​ນັ້ນ ,  ທະນາຄານ​ກາງຂອງ​ອາຊີ ​​ໄດ້ພາກັນ​ຫຼຸດ​ອັດຕາ​ດອກ​ເບ້ຍໃຫ້​ຫນ້ອຍ​ລົງ​ ເພື່ອ​ຮັບ​ມື​ກັບ​​ເສດຖະກິດ​ທີ່ເຕີບ​ໂຕ​ຊ້າລົງ.  ທະນາຄານ​ກາງ​ມະ​ເລ​ເຊຍ​ໄດ້​ຫຼຸດ​ອັດ​ຕາດອກ​ເບ້ຍ​ລົງຮອດ 2% ​ເປັນ​ເທື່ອ​ທີ 3 ຢ່າງລຽນຕິດ.

ຜູ່​ນຳ​​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ ​​​ໄດ້​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ວ່າ​ຈະ​ເຮັດ​ໃຫ້​ສິ່ງ​ກີດຂວາງ​ດ້ານການ​ຄ້າ​ຕ່າງໆ​ຫຼຸດລົງ, ​ເປີດ​ກວ້າງຂະ​ແຫນງ​ການບໍລິການຕື່ມ​ອີກ, ຍ້ອນ​​ເສດຖະກິດ​ຂອງທົ່ວ​ໂລກ​ຊຸດ​ໂຊມ​ລົງ, ​ຈຶ່ງເຮັດ​ໃຫ້ຄວາມ​ຕ້ອງການ​ສິນຄ້າ​ທີ່​ສົ່ງ​ອອກ​​ ຫຼຸດ​ຫນ້ອຍ​ລົງ, ລັດທິ​ປົກ​ປ້ອງ​ການ​ຄ້າ​ໄດ້ຟື້ນ​ຊີບ​ຄືນ​ມາ​ອີກ. ຢູ່​ໄທ,  10 ປະ​ເທດ​ສະມາຊິກ​ຂອງ​ອາ​ຊຽນ ​ໄດ້​ອອກ​ຖະ​ແຫຼ​ງການຫຼັງ​ກອງ​ປະຊຸມ​ສຸດ​ຍອດ​ສິ້  ໂດຍ​ກ່າວ​ວ່າ, ຜູ່​ນຳ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ ກ່າວ​ຢ້ຳຄວາມ​ຕັດສິນ​ໃຈ​ທີ່​ຮັບປະກັນ​​ໃຫ້​ສິນຄ້າ ການ​ບໍລິການ​ແລະ​ການ​ລົງທຶນ​ຈໍລະ​ຈອນ​ຢ່າງ​ເສລີ.  ​ພວກ​ທ່ານ​ເຫັນດີຮ່ວມ​ກັນຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າຢ່າງ​ເດັດດ່ຽວ, ​ເພື່ອ​ຈຳກັດການ​ນຳ​​ເອົາສິ່ງ​ກີດຂວາງການ​ຄ້າມາ​ໃຊ້​ຄືນ​ໃຫມ່.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>