ສິງ​ກະ​ໂປ​ຫວັງ​ຜ່ານ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ການ​ພັດ​ທະ​ນາ​ຢ່າງ​ສືບ​ເນື່ອງ

(GMT+08:00) 2009-05-15 17:42:28 cri
-----------------------------------------------------------------------------------------------------------------
ວັນ​ທີ13​ພຶດສະພາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຂ່າ​ວສານ​ຊິນ​ຮວາ,ນາງ​ລຽງ​ຊື່​ຊີ,​ຫົວ​ໜ້າ​ພະ​ແນ​ກງານ​ວາງສະ​ແດງ​ໂລກ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ສິງ​ກະ​ໂປ​ກ່າວ​ວ່າ,​ສິງ​ກະ​ໂປ​ຫວັງ​ຜ່ານ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​2010,​ມາ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ທີ່​ສິງ​ກະ​ໂປ​ໄດ້​ຮັບ​ໃນ​ດ້ານ​ພັດ​ທະ​ນາ​​ແບບ​ຍືນ​ຍົງ ປະດິດ​ສ້າງ​ແລະ​ຄວາມ​ຫຼາກ​ຫຼາຍ​ຂອງ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ.

ນາງ​ລຽງ​ຊື່​ຊີ​ບອກ​ນັກ​ຂ່າວ​ວ່າ,ການ​ອອກ​ແບບຫໍ​ວາງສະ​ແດງ​ສິງກະ​ໂປ​​ເທື່ອ​ນີ້​ຖື "ຊິມ​ໂຟ​ນີຕົວ​ເມືອງ"​ເປັນ​ຫົວ​ຂໍ້​ສຳ​ຄັນ,​ຊຶ່ງ​ເນັ້ນ​ໜັກ​ຄວາມ​ກົມ​ກຽວ​ກັນ​ແລະ​ຄວາມ​ກ້າວ​ໜ້າ,​ພ້ອມ​ກັນ​ນັ້ນ,​ກໍ​ມີ​ຈຸດ​ປະ​ສົງ​​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ,ສິງກະ​ໂປ​ພວມ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່​ລະ​ດັບ​ສາ​ກົນ​ທີ່​ເປັນ​ແບບ​ຢ່າງ​ທີ່​ມີ​ການ​ພັດ​ທະ​ນາ​ຍືນ​ຍົງ​ກັບ​ຊີ ວິດ​ການ​ເປັນ​ຢູ່​ໃນ​ຕົວ​ເມືອງ​ທີ່​ມີ​ຄຸນ​ນະ​ພາ​ບ​ສູງ​ນັ້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ,​ແລະ​ຍິນ​ດີ​ຕ້ອນ​ຮັບ​ຄົນ​ທົ່ວ​ໂລກ​ມາ​ທ່ຽວ​ຊົມ​ຫໍ​ວາງ​ສະ​ແດງ​ສິງ​ກະ​ໂປ​ເພື່ອ​ຮັບ​ຮູ້​ຂະ​ບວນ​ການ​ຂະ​ຫຍາຍ​ຕົວ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ສິງ​ກະ​ໂປ.

​ແຜນການ​ອອກ​ແບບ​ສິ່ງ​ກໍ່ສ້າງ​ຂອງ​ຫໍ​ວາງສະ​ແດງ​ສິງກະ​ໂປ​ໃນ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້​2010​ໄດ້​ເປີດ​ເຜີຍ​ໃນ​ພິ​ທີ​ເລີ່ມ​ຈັດ​ກິດ​ຈະ​ກຳ​ສັບ​ປະ​ດາ​ໂຄສະ​ນາ​ສິງ​ກະ​​ໂປ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​25​ມີ​ນາ​ທີ່​ຜ່ານ​ມາ,​ເຊິ່ງ​ອອກ​ແບບ​ໂດຍ​ທ່ານ​ເຊິນ​ເຈ່ຍ​ອີ,​ນັກ​ກໍ່​ສ້າງ​ຂອງ​ສິງ​ກະ​ໂປ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ລະ​ດັບ​ໂລກ.ມັນ​ໄດ້​ໂຮມ​ສູນ​ປັດ​ໄຈ​ອອກ​​ແບບ​ຢ່າງ​ຫຼາກ​ຫຼາຍ ຄື ນ້ຳ​ພຸ​ດົນ​ຕີ,​ສວນ​ດອກ​ໄມ້​ຢູ່​ເທິງ​ຫຼັງ​ຄາ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ,​ທັງ​ໝົດ​ເຫຼົ່າ​ນີ້​ປະ​ສົມ​ປະ​ສານ​ກັນ​ຄື​ກັບ​​ເພງ​ຊິ​ມ​ໂຟນີ​ເພງ​ໜຶ່ງ​ທີ່​ຈົບ​ງາມ.

ນາງ​ລຽງ​ຊື່​ຊີ​ກ່າວ​ວ່າ,​ການ​ອອກ​​ແບບ​ຂອງຫໍ​ວາງສະ​ແດງ​ສິງກະ​ໂປທີ່​ຖື​"ຊິມ​ໂຟ​ນີ​ຕົວ​ເມືອງ"​ເປັນ​ຫົວ​ຂໍ້​ສຳ​ຄັນ​ນັ້ນ​ມາ​ຈາກ​ຄວາມ​ກົມ​ກຽວ​ກັນ​ແລະ​ດຸນ​ດ່ຽງ​ກັນ​ຂອງ​ສິງ​ກະ​​ໂປ​ໃນ​ຫຼາຍ​ດ້ານ ຄື ການ​ພັດ​ທະ​ນາ​ຕົວ​ເມືອງ​ກັບ​ລັກ​ສະ​ນະ​ຕໍ່​​ເນື່ອງ​ໄດ້,​ການ​ຫັນ​ເປັນ​ຕົວ​ເມືອງ​ກັບ​ການ​ປູກ​ຕົ້ນ​ໄມ້​ໃບ​ຫຍ້າ​ໃຫ້​ຂຽວ​ງາມ,​ສິ່ງ​ດັ້ງ​ເດີມ​ກັບ​ຍຸກ​ປະ​ຈຸ​ບັນ​ ພ້ອມ​ດ້ວຍ​ຫຼາຍ​ຊົນ​ເຜົ່າ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ.​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​​ແບບ​ຍືນ​ຍົງ,​ສິງ​ກະ​ໂປ​ໄດ້​ນຳ​ໃຊ້​ສອງ​ປັດ​ໄຈ ຄື "ນ້ຳ"​ແລະ​"ສວນ​ດອກ​ໄມ້"​ຢ່າງ​ສຳ​ເລັດ​ຜົນ,​ສອງ​ປັດ​ໄຈ​ດັ່ງ​ກ່າວ​ຈະ​ເຊື່ອມ​ຊຶມ​ເຂົ້າ​ຢູ່​ໃນ​ການ​ອອກ​ແບບ​ທິວ​ທັດ​ຕ່າງໆ​ຂອງ​ຫໍ​ວາງ​ສະ​ແດງ​ສິງ​ກະ​ໂປ.

​ໃນ​ເວລາ​ກ່າວ​ເຖິງ​ເອ​ກະ​ລັກ​ພິ​ເສດ​​ຂອງ​ການ​ອອກ​ແບບ​ແລະ​ສະພາບ​ອື່ນ​ຂອງ​ຫໍ​ວາງ​ສະ​ແດງ​ສິງ​ກະ​ໂປ,ນາງ​ລຽງ​ຊື່​ຊີ​ກ່າວ​ວ່າ,​ຫໍ​ວາງ​ສະ​ແດງ​ສິງ​ກະ​ໂປ​ທີ່​ມີ​ເນື້ອ​ທີ່​3​ພັນ​ຕາ​ແມັດ,​ມີ​ຮູບ​ນອກ​ຄື​ກັບ​ດົນ​ຕີ​ທີ່​ສວຍ​ງາມ,​ທົ່ວ​ຫໍ​ວາງ​ສະ​ແດງ​ຄ້ຳ​ຊູ​ດ້ວຍ​ເສົາ​ຄ້ຳ​ພຽງ​4​ເສົາ​ເທົ່າ​ນັ້ນ,​ສ່ວນ​ຫ້ອງ​ວາງ​ສະ​ແດງ​ພາຍ​ໃນ​ທີ່​ມີ​ຮູບ​ຕ່າງໆ​ແມ່ນ​​ເຊື່ອມ​ຕໍ່​ກັນ​ດ້ວຍ​ໂນນ​ຄ້ອຍ​ແລະ​ຂັ້ນ​ໄດ​​ຢ່າງ​ສະ​ຫຼາດ​ຫຼັກ​ແຫຼມ,​ເປັນ​ສັນ​ຍະ​ລັກ​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ບັນ​ດາ​ຊົນ​​ເຜົ່າ​ຂອງ​ສິງ​ກະ​ໂປ​ດຳ​ລົງ​ຊີ​ວິດ​ເຮັດ​ວຽກ​ແລະ​ພັກ​ຜ່ອນ​ຢ່ອນ​ອາລົມ​ຢ່າງ​ກົມ​ກຽວ​ກັນ.​ສິ່ງ​ທີ່​ໜ້າ​ເອີ່ຍ​ເຖິງ​​ເປັນ​ພິ​ເສດ​ນັ້ນ​ແມ່ນ,​ການ​ປະ ຢັດ​ພະ​ລັງ​ງານ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແມ່ນ​ຈຸດ​ເດັ່ນ​ອັນ​ໜຶ່ງ​ຂອງ​ການ​ອອກ​ແບບ​ຫໍ​ວາງ​ສະ​ແດງ​ສິງ​ກະ​ໂປ.​ທົ່ວ​ສິ່ງ​ກໍ່​ສ້າງ​ຈະ​ໃຊ້​ອຸ​ປະ​ກອນ​ກໍ່​ສ້າງ​ທີ່​​ໃຊ້​ຄືນ​ໃໝ່​ໄດ້ ​ເຊັ່ນ ​​ແຜ່ນ​ອາ​ລູ​ມີ​ຍົງ​ແລະ​ເຫຼັກ​ກ້າ​ຢ່າງ​ຫຼວງ​ຫຼາຍ.​ຢູ່​ຊັ້ນ​ສູງ​ສຸດ​ຂອງ​ຫໍ​ວາງສະ​ແດງ,ມີ"​ສວນ​ດອກ​ໄມ້​ກາງ​ຫາວ​"ແຫ່ງ​ໜຶ່ງ​ທີ່​ປະ​ດັບ​ປະ​ດາ​ດ້ວຍ​ພືດ​ສີຂຽວ​​ແລະ​ດອກ​ໄມ້​ແຖບ​ຮ້ອນ,​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກ​ເຖິງ​ຄວາມ​ສະ​ບາຍ​ແລະ​ສວຍ​ງາມ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ໃນ​"ຕົວ​ເມືອງ​ສວນ​ດອກ​ໄມ້".

ນາງ​ລຽງ​ຊື່​ຊີກ່າວ​ວ່າ,ຫໍ​ວາງ​ສະ​ແດງ​ສິງ​ກະ​ໂປ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ຈະ​ລົງ​ມື​ກໍ່​ສ້າງ​ແຕ່​ຕົ້ນ​ເດືອນ​ມິຖຸນາ​ປີ​ນີ້,​ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ເດືອນ​ເມ​ສາ​ປີ​2010,​ຮອດ​​ເວ​ລາ​ນັ້ນ​ຄາດ​ວ່າ ຈະ​ດຶງ​ດູດ​ຜູ້​ທ່ຽວ​ຊົມ​10​ລ້ານ​ຄົນ.

ນາງ​ລຽງ​ຊືຊີ​ກ່າວ​ວ່າ,ບໍ່​ວ່າ​ຂະໜາດ​ຂອງ​ຫໍ​ວາງ ສະ​ແດງຫຼືວ່າຊັບພະຍາກອນ​ທີ່​ນຳ​ໃຊ້,​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້ຈະ​ແມ່ນ​ງານ​ວາງ​ສະ​ແດງ​ໂລກ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ຮອດ​ປະຈຸ​ບັນ​ນີ້,​ກໍ່​ຈະ​ເປັນ​​ເທື່ອ​ໜຶ່ງ​ທີ່​ສິງ​ກະ​ໂປ​ເຂົ້າ​ຮ່ວມ​ທີ່​ມີ​ຂະ​ໜາດ​ໃຫຍ່ທີ່​ສຸດໃນ​ໄລ​ຍະ​ຜ່ານ​ມາ.​ນີ້​ກໍ່ໄດ້​ສະ​ແດງ​​​ໃຫ້​ເຫັນ​ວ່າ,​ສິງ​ກະ​ໂປ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ປະ​ເທດ​ຈີນ​​ໃນ​ຖາ​ນະ​ທີ່​ເປັນ​ເຈົ້າ​ພາບ​ແລະ​ຄວາມ​ປາ​ຖະ​ໜາ​ຂອງ​ສິງ​ກະ​ໂປ​ທີ່​ຢາກ​ຂະ​ຫຍາຍ​ການ​ພົວ​ພັນ​ອັນ​ດີງາມ​ກັບ​ຈີນ.

ນາງ​ລຽງ​ຊື່​ຊີ​ໄດ້​ຕີ​ລາຄາ​ສູງ​ຕໍ່ວຽກ​ງານ​ກະກຽມຂອງ​ພະ​ແນ​ກປະສານ​ງານ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້​ໃນ​ປະ​ຈຸ​ບັນ​ນີ້.​ນາງ​ກ່າວ​ວ່າ,​ພະ​ແນກ​ປະ​ສານ​ງານ​ຂອງ​ງານ​ວາງສະ​ແດ​ງ​ໂລກ​ຊຽງ​ໄຮ້​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ໃຫ່ຍ​ຫຼວງ​ເພື່ອ​ຈັດ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້​2010​ຢ່າງ​ສຳ​ເລັດ​ຜົນ.​ສິງ​ກະ​ໂປ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຫຼາຍ​ຕໍ່​ພະ​ແນ​ກ​ດັ່ງ​ກ່າວ​ທີ່​ໄດ້​​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​​ແຂງ​ແຮງ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ຂອງ​ສິງ​ກະ​ໂປ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມານັ້ນ​ແມ່ນ​ບົດສຳ​ພາດທີ່​ມີ​ຫົວ​ເລື່ອງ​ວ່າ:​ສິງ​ກະ​ໂປ​ຫວັງ​ຜ່ານ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ຂອງ​ຕົນ​ໃນການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,​ສຳ​ພາດ​ນາງ​ລຽງ​ຊື່​ຊີ,​ຫົວ​ໜ້າ​ພະ​ແນ​ກງານ​ວາງສະ​ແດງ​ໂລກ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ສິງກະ​ໂປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>