ຜູ້​ຟັງ​ລາວ​ອວຍພອນ​ປະ​ເທດ​ຈີນ​ໃໝ່​ສະຖາປະນາ​ຂຶ້ນ​ຄົບຮອບ 60 ປີ

(GMT+08:00) 2009-10-01 20:33:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 1 ຕຸລາ​ນີ້,​ແມ່ນວັນ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ສະຖາປະນາ​ຂຶ້ນ​ຄົບຮອບ 60 ປີ.ຜູ້​ຟັງ​ລາວ​ໄດ້​ທະຍອຍ​ກັນ​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ວັນຊາດ​ຈີນ.

ຕອນ​ເຊົ້າວັນ​ທີ 1 ຕຸລາ​ນີ້,ນາງ​ຄຳ​ພູນ​ ​​ແກ້ວສະ​ຫວັນ,ຜູ້​ຟັງ​ລາວຜູ້​ໜຶ່ງ​ໄດ້​ຊົມ​ເບິ່ງ​ການຖ່າຍ​ທອດ​ສົດ​ຂອງ​ພິທີ​ສະ​ເຫຼີມ​ສະ​ຫຼອງ​ວັນຊາດ​ຈີນ​ຄົບຮອບ 60 ປີ​ໂດຍ​ຜ່ານ​​ເວັບ​ໄຊ​ພາສາ​ລາວ​ຂອງ​ວິທະຍຸ CRI. ນາງ​ກ່າວ​ວ່າ:

"ດີໃຈ​ທີ່ສຸດ​ທີ່​ໄດ້ຊົມ​ເບິ່ງ​ພິທີ​ສະເຫຼີມ​ສະຫຼອງ​ວັນ​ຊາດ​ຈີນທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໂດຍ​ຜ່ານ​ເວັບ​ໄຊ​ພາສາ​ລາວ​ຂອງ CRI,ການ​ສວນສະໜາມ​ແລະ​ກ້ອນ​ກຳລັງ​ແຫ່​ຂະ​ບວນ​ໃນ​ພິທີ​ສະ​ເຫຼີມສະຫຼອງ,​ໄດ້ສະ​ແດງ​ໃຫ້​ເຫັນ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ປະຊາຊົນ​ຈີນໄດ້​ຮັບ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ."

ທ່ານ​ລຽງ​ຄຳ​ທີ່ຢູ່ວຽງ​ຈັນ​ກໍ່​ສົນ​ໃຈ​ທີ່​ສຸດ​ນຳ​ພິທີ​ສະ​ເຫຼີ​ມສະຫຼອງ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ຕຸລາ​ນີ້,ທ່ານ​ກ່າວ​ວ່າ:

"ມີ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ,ສະຫງ່າ​ງາມ​ທີ່​ສຸດ,ປະຊາຊົນ​ຈີນ​ກັບ​ປະຊາຊົນ​ລາວ​ເປັນ​ຄອບຄົວ​ດຽວ​ກັນ,ຂ້າພະ​ເຈົ້າ​ຂໍ​ອວຍ​ພອນ​ຈີນ​ເຂັ້ມ​ແຂງກວ່າ​ເກົ່າ."

ທ່ານ​ເພັດ​ສະ​ຄອນ ຫລວງ​ອາ​ໄພທີ່​​ເຮັດ​ວຽກ​ຢູ່​ສູນ​ກາງ​ຊາວ​ໜຸ່ມ​ພັກ​ປະຊາຊົນ​ປະຕິວັດ​ລາວ​​ບອກ​ນັກ​ຂ່າວ CRI ວ່າ:

"ມື້​ນີ້​,​ແມ່ນ​ວັນ​ປະ​ເທດ​ຈີນ​ໃໝ່​ສະຖາປະນາ​ຂຶ້ນ​ຄົບ​ຮອບ 60 ປີ,ຂ້າພະ​ເຈົ້າ​ຂໍ​ອວຍພອນ​​ໃຫ້​ຈີນ​ພັດທະນາ​ໄວ​ກວ່າ​ເກົ່າ,​ໄດ້​ຮັບ​ຜົນສຳ​ເລັດ​ໃຫຍ່​ກວ່າ​ເກົ່າ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>