ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຢ່າງ​ສຳ​ເລັດ​ຜົນ​ຈະ​ເຮັດ​ໃຫ້​​ເສດຖະກິດ​ພາກ​ພື້ນ​​ຮັບ​ຜົນ​ປະ​ໂຫຍ​ດ​ທັງສອງຝ່າຍ

(GMT+08:00) 2009-10-08 17:23:04 cri
-----------------------------------------------------------------------------------------------------------------

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ! ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ໃນ​ທ້າຍ​ເດືອນ​ຕຸລາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ຢູ່​ໄທ. ກ່ອນ​ຈະ​ຈັດ​ກອງ​ປະຊຸມ, ທ່ານ​ສຸລິນ ພິດ​ສຸວັນ, ​ເລຂາທິການ​ໃຫຍ່​ອາ​ຊຽນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIກ່ຽວ​ກັບ​ສະພາບ​ ​ກາ​ນກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ. ທ່ານ​ສຸລິນ​ກ່າວ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແມ່ນ​ມີ​ຜົນ​ປະ​ໂຫຍ​ດ​ສອງ​ຝ່າຍ.

 

ວັນ​ທີ 15 ສີ​ງຫາ​ນີ້, ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ຈີນ-ອາ​ຊຽນຄັ້ງ​ທີ່ 8 ທີ່​ຈັດ​ຂຶ້ນ​ຢູ່​ບາງກອກ​ຂອງ​ໄທ, ຈີນ​​ແລະ 10 ປະ​ເທດ​ສະມາຊິກ​ອາ​ຊຽນ​ໄດ້​ເຊັນ​" ສັນຍາ​ການ​ລົງທຶນ"ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ. ນີ້​ໝາຍຄວາມວ່າ​​ສອງ​ຝ່າຍ​ໄດ້​ສຳ​ເລັດ​ການ​ເຈລະຈາ​ຕົ້ນ​ຕໍ​ຂອງ​ສັນຍາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ​ເຂດ​ການ​ຄ້າ​ເສລີ​ຈະ​ສ້າງ​ສຳ​ເລັດ​ຢ່າງຮອບດ້ານ​ໃນ​ປີ 2010 ຕາມ​ເວລາ​ກຳນົດ. ທ່ານ​ສຸລິນ​ກ່າ​ວວ່າ, ​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ປັດຈຸບັນ​ໄດ້​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ​ແລ້ວ, ການ​ຮ່ວມ​ມືດ້ານ​​ເສດຖະກິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນພວມ​ນັບ​ມື້​ນັບ​ໃກ້ຊິດ​ກັນ.


"ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນດັບ 3 ຂອງ​ອາ​ຊຽນຮອງຈາກ​ຍີ່ປຸ່ນ​ແລະ​ສະຫະພາບ​ເອີ​ລົບ. ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ປະມານ 30% ຕໍ່​ປີ, ປະ​ເທດ​ສະມາຊິກ​ອາ​ຊຽນຕ່າງໆ​ລ້ວນ​ແຕ່​ຮູ້ສຶກ​​ເພິ່ງ​ພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ແລະ​ການ​ເຕີບ​ໂຕ​ຂອງ​ການ​ຄ້າ​ກັບ​ຈີນ."

ທ່ານ​ສຸລິນ​ກ່າວ​ວ່າ, ພາຍ​ໃຕ້​ສະພາບ​ການ​ທີ່​ເກີດ​ວິ​ກິດ​ການ​ການ​ເງິນ​ໂລກ, ​ການສ້າງເຂດ​ການ​ຄ້າ​ເສລີ​​ສຳ​ເລັດ​ແມ່ນ​ມີ​ຜົນ​ດີ​ຕໍ່​ການ​ຊ່ອຍ​ຊູ​ຍູ້​ໜຸນ​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ຈະ​ເພີ່ມ​ຄວາມ​ສາມາດ​ດ້ານ​ການ​ຕໍ່ຕ້ານ​ຜົນກະທົບຈາກ​ພາຍ​ນອກ​ແລະ​ແກ້​ໄຂ​ວິ​ກິດ​ການ​ການ​ເງິນ​ຂອງ​ສອງ​ຝ່າຍ.

"ຄຽງ​ຄູ່​ກັບ​ຈີນ​ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບ 3 ຂອງ​ໂລກ,ການ​ຮ່ວມ​ມື​ແລະ​ການ​ພົວພັນທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຈະ​ເພີ່ມບົດບາດ​ຂອງ​ພວກ​ຂ້າພະ​ເຈົ້າ​ທີ່​ມີ​ຕໍ່​ເສດຖະກິດ​ໂລກ.ຕົ້ນ​ທຶນ​ຂອງ​ຜະລິດ​ຕະພັນ​ພວກ​ຂ້າພະ​ເຈົ້າ​ຈະ​ຫຼຸດ​ລົງ,ການ​ສົ່ງ​ອອກ​ຜະລິດ​ຕະພັນ​ຈະ​ມີ​ປະສິດທິພາບ​ສູງ​ກວ່າ​ເກົ່າ.ອາ​ຊຽນຈະ​ສະໜອງ​ຕະຫຼາດ​ທີ່​ກວ້າງຂວາງ​ໃຫ້​ຈີນ,ຊັບພະຍາກອນ​ໃນອາ​ຊຽນຈະ​ໃຫ້ການ​ສະໜັບສະໜູນ​ອັນ​ແຂງ​ແຮງ​ແກ່​ການ​ພັດທະນາ​ອຸດສາຫະກຳ​ຂອງ​ຈີນ,ສ່ວນວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ແຮງ​ງານ​ທີ່​ລາຄາ​ຕ່ຳລະ​ມີ​ເຕັກນິກ​ສູງ​ຂອງ​ຈີນ​ແມ່ນ​ສິ່ງ​ທີ່ບັນດາ​ປະ​ເທດ​ອາ​ຊຽນຕ້ອງການ​ໃນ​ການ​ພັດທະນາ​ອຸດສາຫະກຳ.ອາດ​ເວົ້າ​ໄດ້​ວ່າ,​ເສດຖະກິດ​ສອງ​ຝ່າຍ​ແມ່ນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ."

ທ່ານ​ສຸລິນ ພິດ​ສຸວັນ​ບອກ​ນັກ​ຂ່າວ​ວ່າ,​ຜົນປະ​ໂຫຍ​ດໂດຍ​ກົງ​ທີ່​ສຸດທີ່ເຂດ​ການ​ຄ້າ​ເສລີນຳ​ມາ​ໃຫ້​ຈີນ​ແລະ​ອາ​ຊຽນນັ້ນ​ກໍ​ຄື​ໄດ້ຫຼຸດ​ອຸປະສັກທາງ​ການ​ຄ້າ​ໃຫ້​ຕ່ຳລົງ.ພ້ອມ​ກັນ​ນັ້ນ,ຍັງ​ໝາຍ​ຄວາມ​ວ່າ,ວິ​ສາ​ຫະກິດ​ທັງ​ໝົດ​ໃນ​ເຂດ​ການ​ຄ້າ​ເສລີ​ຈະ​ຮັບ​ການ​ທົດ​ສອບ​ຈາກ​ຕະຫຼາດ,​​ເຄົາລົບ​ຫຼັກການ​ທີ່​ຜູ້​ໃດ​ເຂັ້ມ​ແຂງຜູ້​ນັ້ນຊະນະ. ທ່ານ​ສຸລິນ​ເຫັນ​ວ່າ,ການ​ສ້າງ​​ເຂດ​ການ​ຄ້າ​ເສລີ​ແມ່ນ​ທ່າ​ອຽງຫຼັກ,ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຄວນ​ກຽມພ້ອມ.

"ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ໃຫ້​ສຳ​ເລັດ​ຜົນ​ຈະ​ເຮັດ​ໃຫ້​ມີ​ການ​ປັບປຸງ,ຈະ​ສ້າງ​ຜົນ​ກະ​ທົບ​ຕໍ່​ຂະ​ແໜງ​ການ​ຈຳນວນ​ໜຶ່ງ​ທີ່​ຂາດ​ກຳລັງ​ແຂ່ງ​ຂັນ.​ແຕ່​ລັດຖະບານ​ຈະ​ຊ່ວຍ​ຂະ​ແໜງ​ການ​ເຫຼົ່າ​ນີ້​ດຳ​ເນີນ​ການ​ປັບປຸງ​ແລະ​ປະຕິ​ຮູບ​ໃນ​ໄລຍະ​ຫັນປ່ຽນ​ດັ່ງກ່າວ.ນີ້​ແມ່ນ​ສິ່ງ​ທີ່​ວິ​ສາ​ຫະກິດ​ຂອງຈີນ​ແລະຂອງ​ບັນດາ​ປະ​ເທດ​ອາ​ຊຽນຕ້ອງ​ປະ​ເຊີນ,ຍັງ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ເສດຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ."

ທ່ານ​ສຸລິນ​ຍັງ​ກ່າວ​ວ່າ,ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ໃຫ້​ສຳ​ເລັດ​ຜົນ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ທີ່ຢູ່​ພາກ​ພື້ນ​ແຫ່ງ​ນີ້.ຈາກ​ນີ້ 2 ​ເດືອນ​ປາຍ,ຜະລິດ​ຕະພັນ 90% ຂຶ້ນ​ໄປ​ຂອງ​ຈີນ​ແລະ​ອາ​ຊຽນຈະ​ປອດ​ພາສີ.ປະຊາຊົນ​ທີ່ຢູ່​ໃນ​ເຂດ​ການ​ຄ້າ​ເສລີຈະ​ສາມາດ​ຊື້​ສິນຄ້າ​ຂອງ​ປະ​ເທດ​ຕ່າງໆ​ໃນ​ເຂດ​ການ​ຄ້າ​ເສລີ​ຢ່າງສະດວກ​ກວ່າ​ເກົ່າ​ແລະ​ດ້ວຍ​ລາຄາ​ຕ່ຳ​ກວ່າ​ເກົ່າ.​ໃນທົ່ວ​ເຂດ​ການ​ຄ້າ​ເສລີ,ການ​ຈໍລະ​ຈອນ​ຂອງ​ແຮງ​ງານ,ວັດຖຸ​ແລະ​ທຶນຈະ​ໄວ​ກວ່າ​ເກົ່າ,ການ​​ໄປມາຫາສູ່​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ກໍ່ຈະ​ແໜ້ນ​​​ແຟ້ນຂຶ້ນ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>