ລາວ​ກຽມ​ຕົວ​ເພື່ອ​ຮອງ​ຮັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ

(GMT+08:00) 2010-01-13 18:56:13     cri

ຈາກການ​ສ້າ​ງສາ​ມາເປັນ​ເວລາ 10 ປີ, ວັນ​ທີ 1 ມັງກອນ 2010, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ​ໄດ້​ສ້າງ​ສຳ​ເລັດ​ຕາມ​ເວລາ​ກຳນົດ. ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ,​ ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳການ​ລັດຖະບານ​ລາວ​ໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວິທະຍຸ​ພວກ​ເຮົາວ່າ, ການ​ສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນມີ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງຈີນ​ກັບປະ​ເທດ​ອາຊຽນຕ່າງໆ​ເຊິ່ງລວມທັງ​ປະ​ເທດ​ລາວ. ​ໃນ​ຖານະ​ເປັນປະ​ເທດ​ສະມາຊິກ​ອາຊຽນ​ໃໝ່, ​ເພື່ອຮອງ​ຮັບ​ເຂດ​ການ​ຄ້າ​ເສລີຈີນ​ອາຊຽນ, ລາວ​ໄດ້​ຕັ້ງໜ້າ​ເຂົ້າຮ່ວມການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຕ່າງໆ​ມາ​ໂດຍ​ຕະຫຼອດ, ​ໄດ້​ທຳ​ການ​ກະກຽມ​ໃນ​ດ້ານການ​ອອກ​ກົດໝາຍ​ແລະ​ຂໍ້​ກຳນົດ​ກົດ​ລະບຽບ​ຈົນ​ຮອດການ​ສ້າງ​ພື້ນຖານ​ໂຄງ​ລ່າງ.

​ເພື່ອ​ສະ​ເຫຼີມສະຫຼອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ​ໄດ້​ສ້າ​ງສຳ​ເລັດຢ່າງຮອບດ້ານ​ຕາມ​ເວລາ​ກຳນົດ, ວັນ​ທີ 7 ຫາ​ວັນ​ທີ 8 ມັງກອນ​ນີ້, ​​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ, ​ເທດສະບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ. ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳ​ການ​ລັດຖະບານ​ລາວ​ໄດ້​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້, ​ໃນ​ເວລາ​ກ່າວ​ເຖິງ​ຄາດໝາຍ​ຂອງ​ການຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ລາວ​ພາຍ​ຫຼັງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນສ້າງ​ສຳ​ເລັດ​ແລ້ວ, ທ່ານ​ກ່າວ​ວ່າ:

ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ລາວ​ຈີນ​ແບບ​ສອງ​ຝ່າຍ​ໃນ​ຂອບ​ຂອງ​ເຂດ​ການ​ຄ້າ​ເສລີຈີນ​ອາຊຽນນີ້, ພວກ​ເຮົາ​ຄິດ​ວ່າ, ອັນ​ທີໜຶ່​ງ​ແມ່ນ​ທາງ​ດ້ານ​ກະສິກຳ, ຄວນ​ສຸມ​​ໃສ່​ສົ່ງ​ເສີມ, ​ແລ້ວ​ການ​ເຊື່ອມ​ຕໍ່​ຕາໜ່າງ​ໄຟຟ້າ​ລະຫວ່າງ​ກັນ, ​ແລ້ວ​ການ​ຂຸດ​ຄົ້ນ​ບໍ່​ແຮ່, ພ້ອມໆ​ກັບ​ການຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ນີ້, ກໍ່​ແຫ່ງ​ຕ້ອງ​ສົ່ງ​ເສີມ​ການທ່ອງທ່ຽວ​ລະຫວ່າງ​ກັນ​ອີກ.

ສະ​ເພາະ​ໃນ​ດ້ານການ​​ສົ່ງ​ເສີມ​ການຮ່ວມ​ມື​​ໃນ​ຂະ​ແໜງ​ການທ່ອງທ່ຽວ​ລະຫວ່າງ​ຈີນ​ກັບ​ລາວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ກ່າວ​ວ່າ:

ຂ້າພະ​ເຈົ້າຮູ້​ວ່າ, ປະຈຸ​ບັນ​ນີ້, ປະ​ເທດ​ຈີນ​ນັບ​ມື້​ນັບ​ມີ​ຄົນທ່ອງ​ທ່ຽວ​ອອກ​​ນອກປະ​ເທດຫຼາຍ, ​ແຕ່ວ່າໄປ​ປະ​ເທດ​ລາວ​ນີ້​ຍັງ​ບໍ່​ທັນ​ຫຼາຍ​ເທື່ອ, ​ແຕ່​ວ່າ​ຫາກ​ໄດ້​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ທຸກ​ປີ, ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ຍ້ອນ​ຝ່າຍ​ລາວ, ​ແມ່ນ​ຍ້ອນ​ສອງ​ຝ່າຍ​ບໍ່​ທັນ​ຕົກລົງ​ກັນ​ເທື່ອ​ກ່ຽວ​ກັບ​ຈະ​ຍົກ​ເວັ້ນວິຊາຫຼືບໍ່​ຍົກ​ເວັ້ນວິຊາ. ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວວ່າ, ​ແຂວງ​ໄຫຫຼໍ້າ, ຂະ​ເຈົ້າ​ດຽວ​ນີ້, ຕົກລົງວ່າ, ປະ​ເທດ​ໂຢລົບ​ຈຳນວນ​ໜຶ່ງ​ມາ​ໄຫຫຼໍ້າ, ຂະ​ເຈົ້າ​ກໍ່​ຍົກ​ເວັ້ນວິຊາ, ສະ​ນັ້ນ, ລາວ​ກໍ່​ຍິນ​ດີ​ຊິ​ເຈລະຈາ​ກັບ​ຈີນ​ເພື່ອ​ປຶກສາ​ຍົກ​ເວັ້ນວິຊາລະຫວ່າງ​ກັນ, ສະ​ນັ້ນ, ກໍ່​ຫວັງ​ວ່າ, ສອງ​ຝ່າຍ​ຈະ​ໄດ້​ເຈລະຈາ​ກັນ​ໃນ​ໄລຍະ​ໄວໆ​ນີ້​ແລ້ວ, ​ເຮັດ​ໃຫ້ການ​ໄປມາຫາ​ສູ່​ກັນ​ມີ​ຄວາມ​ສະດວກ.

​ໃນ​ດ້ານ​ການ​ດຶງ​ດູດ​ນັກທຸລະກິດ​ຕ່າງ​ປະ​ເທດ​ໄປ​ລົງທຶນ​ຢູ່​ລາວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ເຜີຍ​ໃຫ້ຮູ້​ວ່າ, ລາວ​ຈະ​ອອກ​ກົດ​ໝາຍວ່າ​ດ້ວຍ ການ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດສະບັບ​ໃໝ່​, ​ແລະ​ຈະ​ພິຈາລະ​ນາ​ນະ​ໂຍບາຍ​ພາສີ​ອາກອນ​ໃໝ່, ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​​ສະດວກ​ກວ່າ​ເກົ່າ​ໃຫ້​ແກ່​ນັກທຸລະກິດ​ຕ່າງປະ​ເທດ​ໄປ​ລົງທຶນ​ຢູ່​ລາວ, ທ່ານ​ກ່າວ​ວ່າ:

ການ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດພວກ​ເຮົາ​ແມ່ນ​ວາງລວມໝົດ​ສຳລັບທຸກ​ປະ​ເທດ​ທີ່​ມີ​ຄວາມ​ມຸ້ງ​ຫວັງ​​ໄປລົງທຶນ​ຢູ່​ລາວ, ດຽວ​ນີ້, ສະພາ​ແຫ່ງ​ຊາດ​ກຳລັງ​ພິຈາລະນາ​ເພື່ອ​ອະນຸມັດກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດສະບັບ​ໃໝ່, ນອກ​ຈາກ​ນັ້ນ, ກະຊວງ​ການ​ເງິນ​ກໍ່​ໄດ້​ສຶກສານະ​ໂຍບາຍ​ດ້ານ​ພາສີ​ອາກອນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ, ກົດໝາຍສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເມື່ອ​ສະພາ​ໄດ້​ຮັບຮອງ​ເອົາ​ແລ້ວ, ຕ່າງປະ​ເທດ​ຄົງ​ຈະ​ມີ​ຄວາມ​ພໍ​ໃຈຫຼາຍຂຶ້ນ. ປະຈຸ​ບັນ​ນີ້, ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ມາ​ຕິດຕາມຮູ້​ວ່າ, ​ເປັນ​ທີ່​ດຶງ​ດູດ​ຈິດ​ໃຈ​ຂະ​ເຈົ້າ, ຂະ​ເຈົ້າ​ກໍ​ຂໍ​ອະນຸມັດ​ມາ​ລົງທຶນ​ຢູ່​ລາວຫຼາຍຂຶ້ນ​ແລ້ວ, ​ໃນ​ນັ້ນ​ກໍ່​ລວມທັງ​ນັກທຸລະກິດ​ຈີນຫຼວງຫຼາຍ.

ລາວ​ແມ່ນ​ສະມາຊິກ​ໃໝ່​ຂອງ​ອາຊຽນ, ຮອດ​ປີ 2015, ສິນຄ້າ 90% ຂອງ​ລາວ​ທີ່​ສົ່ງ​ເຂົ້າ​ຈີນຈຶ່ງ​ຈະ​ຍົກ​ເວັ້ນພາສີ, ກ່ອນ​ໜ້າ​ນີ້, ​ເພື່ອນຳ​​ໃຊ້​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນສົ່ງ​ເສີມ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ລາວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ເຫັນ​ວ່າ, ບັນຫາ​ທີ່​ຕ້ອງ​ແກ້​ໄຂ​ດ່ວນ​ກວ່າ​ໝູ່​ກໍ່​ແມ່ນ ການ​ເຊັນ​ສັນຍາ​ໃໝ່ກ່ຽວ​ກັບ​ມາດ​ຕະການ​ໃນ​ການ​ກວດກາ​ຄຸນ​ນະພາ​ບ​ຜ່ານ​ດ່ານ​ຕໍ່​ສິນຄ້າ​ລາວ​ທີ່ສົ່ງ​ເຂົ້າ​ຈີນ, ທ່ານ​ກ່າວ​ວ່າ:

ບັນຫາ​ແມ່ນ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​, ປະຈຸ​ບັນ​ນີ້, ບໍ່​ທັນ​ໄດ້​ນຳ​ຜົນ​ປະ​ໂຫຍດມາ​ໃຫ້​ປະ​ເທດ​ລາວຫຼາຍ​ເທົ່າ​ໃດ​ເທື່ອ, ​ເພາະວ່າ​ປະ​ເທດ​ລາວ​ຍັງ​ບໍ່​ທັນ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ເທື່ອ, ການຈະ​ສົ່ງ​ສິນຄ້າຫຼາຍອັນ​ມາ​ຈີນ​ນີ້, ຈຳ​ເປັນ​ຕ້ອງ​ມີ​ການກຽມຫຼາຍອັນ​ເພື່ອ​ໃຫ້​ເປັນຕາ​ມກົດ​ຂໍ້​ບັງຄັບ​ຂອງ​ອົງການ​ການ​ຄ້າ​ໂລກ. ສະ​ນັ້ນ, ຈີນ​ກັບ​ລາວ​ຍັງ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ເຈລະຈາ​ກັນ​ເຊັນ​ສັນຍາ​ກັນ, ​ໃນນັ້ນ, ລວມທັງ​ສັນຍາ​ກ່ຽວ​ກັບ​ການ​ກວດກາພືດ​ແລະ​ສັດ. ຂ້າ​ພະ​​ເຈົ້າ​ຄິດ​ວ່າ​ອັນ​ນີ້​ແມ່ນ​ຈຸດ​ສຸມ​ທີ່​ຕ້ອງ​ແກ້​ໄຂ​ດ່ວນ.

​​ເພື່ອ​ຕັ້ງໜ້າຮອງ​ຮັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ລາວ​ໄດ້​ກຽມ​ປັບ​ຕົວ​ໃນ​ດ້ານ​ຕ່າງໆ​, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​​ກ່າວ​ວ່າ:

ຂ້າ​ພະ​ເຈົ້າ​ຄິດ​ວ່າການ​ສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນທີ່​ສຸດ​ຕໍ່​ທາງ​ຈີນ​ແລະ​ອາຊຽນ​ໃນ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ກັນ, ສຳລັບ​ປະ​ເທດ​ລາວ, ​ເພື່ອ​ຮອງ​ຮັບ​ການ​ສ້າງ​ຕັ້ງ​ເຂດການ​ຄ້າ​ເສລີ​ນີ້, ລັດຖະບານ​ລາວ​ກໍ່​ໄດ້​ມີ​ການ​ກະກຽມ​ໃນຫຼາຍໆ​ດ້ານ. ທາງ​ດ້ານ​ນິຕິ​ກຳ, ພວກ​ເຮົາ​ກໍ່​ໄດ້​ມີ​ການ​ດັດ​ແປງ​ກົດໝາຍ​ຕ່າງໆ​ເພື່ອ​ໃຫ້​ສອດ​ໂຄ່ງ​ກັບ​ເຂດ​ການ​ຄ້າ​ເສລີ. ຢູ່​ເຂດ​ຊາຍ​ແດນ, ພວກ​ເຮົາ​ກໍ່​ໄດ້ປຶກສາ​ຫາລື​ກັບ​ຝ່າຍ​ຈີນ, ​ໃນ​ຂອບ​ສອງ​ຝ່າຍ, ກໍ່​ຄື​ໃນ​ຂອບ​ຂອງ GMS, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ, ການ​ໄປມາຫາ​ສູ່​ກັນ. ກ່ຽວ​ກັບ​ເສັ້ນທາງ​ເຊື່ອມ​ຕໍ່​ກັນ​ນີ້, ພວກ​ເຮົາກໍ່​ໄດ້​ສຳ​ເລັດ​ການ​ສ້າງ​ເສັ້ນທາງ​ເລກ 3 ບົນ​ເສັ້ນທາງ​ດ່ວນ​ຄຸນ​ມິ​ງ-ບາງກອກ, ບໍລິສັດ​ຂອງ​ຈີນ​ແລະ​ໄທ​ໄດ້​ຮ່ວມ​ກັນ​ປະມູນສ້າງ​ຂົ້ວ​ຂ້າມ​ນ້ຳຂອງ​ລະຫວ່າງຫ້ວຍ​ຊາຍ​ກັບ​ຊຽງ​ຂອງ, ສຳ​ເລັດ​ໃນ​ວັນ​ທີ 8 ມັງກອນ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ