ຜູ້​ຖືກ​ສົງ​ໄສ​ຕ້ອງ​ໂທດສັງຫານ​ໂຫດ​ມາ​ຈິນດາ​ນາວ​ຂອງ​ຟິລິ​ບປິນຜູ້​ໜຶ່ງ​​ໂຕນຄຸກ

(GMT+08:00) 2010-02-18 17:34:43     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ17​ກຸມພາ​ນີ້, ​ຝ່າຍຕຳຫຼວດ​ຟິລິ​ບປິນກ່າວ​ວ່າ, ອະດີດ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທີ່​ຖືກ​ກັກ​ຂັງ​ຢູ່​ແຂວງ​ຊຸນ​ຕັນ​ກູ​ດາຣັດ ພາກ​ໃຕ້​ຟີ​ລິບ​ປິນຍ້ອນ​ຖືກ​ສົງ​ໄສ​​ເຂົ້າ​ຮ່ວມຄະດີ​ສັງຫານ​ໂຫດ​ດ້ານການ​ເມືອງຢູ່​ແຂວງ​ມາ​ຈິນດາ​ນາວ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້​ໄດ້​ໜີ​ອອກ​ຈາກ​ຄຸກ​ໃນ​ຕອນ​ຂ້ອນ​ແຈ້ງ​ມື້​ດຽວ​ກັນ.

​ໂຄສົກ​ຕຳຫຼວດ​ຟີ​ລິບ​ປິນກ່າວ​ວ່າ, ຕອນ​ຂ້ອນ​ແຈ້ງ​ມື້​ດຽວ​ກັນ, ທ້າວ​ປີ​ອາງ ອາ​ດາມ ອະດີດ​ເຈົ້າ​ໜ້າ​ທີ່​ຕຳຫຼວດຂັ້ນ​ສູງທີ່​ເຄີຍ​ເປັນ​ຫົວໜ້າຕຳຫຼວດ​ແຂວງມາ​ຈິນດາ​ນາວ​ໄດ້​ທຳລາຍ​ກະ​ແຈ​ຄຸກ​ແລ້ວ​​ໂຕນໜີ​ອອກ​ໄປ, ​ແຕ່​ເມື່ອ​ຮອດ​ເວລາ10​ໂມງ​, ​ພະນັກງານ​ຄຸ້ມ​ຄອງ​ຄຸກຈິ່ງ​ຮູ້​ວ່າລາວ​ໂຕນ​ໜີ​ອອກ​ໄປ​ແລ້ວ. ປະຈຸ​ບັນ, ຕຳຫຼວດ​ແຂວງ​ຊຸນ​ຕັນ ກູ​ດາຣັດ ພວມ​ສຳ​ຫຼວດ​ເຫດການ​​ໂຕນຄຸກ​ແລະ​ຊອກ​ຈັບ​ທ້າວ​ອາ​ດາມ.

​ໂຄສົກ​ຝ່າຍ​ຕຳຫຼວດຟີ​ລິບ​ປິນກ່າວ​ວ່າ, ຖ້າ​ພົບ​ເຫັນວ່າ​ພະນັກງານ​ຄຸ້ມ​ຄອງ​ຄຸກ​ກ່ຽວ​ພັນ​ເຖິງ​ເຫດການ​ນີ້, ​ເຂົາ​ເຈົ້າ​ຈະ​ຖືກ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ