ຜູ່​ຊ່ຽວຊານ​ຄາດ​ວ່າ ການ​ຄ້າ​ລະຫວ່າງ​ຈີນ​ ກັບ ອາຊຽນປີ​ນີ້​ຈະ​ບັນລຸ 200 ຕື້​ໂດ​ລາ

(GMT+08:00) 2010-02-22 10:50:05     cri

ຕາມ​ຂ່າວCRI: ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ນັກ​ເສດຖະສາດ​ມຽນມາ​ຄາດ​ຄະ​ເນ​ວ່າ, ການ​ຄ້າ​ລະຫວ່າງ​ຈີນ​ ກັບ ອາຊຽນປີ​ນີ້​ຈະບັນລຸ​ຮອດ 200 ຕື້​ໂດ​ລາ.

ວາລະສານ"ນີວສ໌"ລາຍສັບປະດາ​ຂອງມຽນມາລາຍງານ​ວ່າ, ທ່ານ​ຄິມມັອງນຽວ ນັກ​ເສດຖະສາດ​ມຽນມາ​ກ່າວ​ວ່າ, ​ໄທ,ຈີນ,​ຟິລິບ​ບິນ,ມະ​ເລ​ເຊຍ,ບຼູ​ໄນ ​ແລະ ອິນ​ໂດ​ເນ​ເຊຍ​ໄດ້​ຫຼຸດ​ພາສີ​ຕໍ່​ສິນຄ້າ​ທັງ​ໝົດ​ແລ້ວ, ປະຕິບັດ​ລາຄາ​ພິ​ເສດ, ​ເຮັດ​ໃຫ້​ຜູ່​ບໍລິ​ໂພ​ກ​ໄດ້​ຮັບ​ສິດ​ບໍລິ​ໂພ​ກພິ​ເສດ. ການ​ຄ້າ​ລະຫວ່າງ​ອາຊ​ຽນ ກັບ ຈີນ​ຈະ​ຍົກ​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ. ສຳ​ລັບ​ປະ​ເທດ​ອາຊ​ຽນ,ປະ​ເທດ​ຈີນ​ແມ່ນ​ຕະຫຼາດ​ສົ່ງ​ອອກທີ່ໃຫຍ່​ຫຼວງ.

ຂໍ້​ມູນສະ​ແດງ​ໃຫ້​ເຫັນ​ວ່າ, ປີ2008 ຍອດ​ປະລິມານ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ປະ​ເທດ​ອາຊ​ຽນ 11% ແມ່ນຄ້າ​ກັບຈີນ. ປີ2009,​GDP ຂອງ​ເຂດ​ການ​ຄ້າ​ເສລີຈີນ-​ອາຊ​ຽນ​ແມ່ນ 6600 ຕື້​ໂດ​ລາ, ຍອດ​ປະລິ​ນາມ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ແມ່ນ 4300 ຕື້​ໂດ​ລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ