ຈັກ​ຜະ​ລິດ​ໄຟ​ຟ້າ​ໜ່ວຍ​ທຳ​ອິດ​ຂອງ​ເຂື່ອນ​ເລ​ວາ​ມຽນ​ມາ​ທີ່​ຈີນ​ຮັບ​ຜິດ​ຊອບ​ການ​ກໍ່​ສ້າງ​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ແລ້ວ

(GMT+08:00) 2010-02-22 16:46:31     cri
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 21 ກຸມ​ພາ​ນີ້, ຈັກຜະລິດ​ໄຟຟ້າ​ໜ່ວຍ​ທຳ​ອິດ​ຂອງ​ເຂື່ອນ​​ເລ​ວາ​ມຽນມາ​ທີ່​ຈີນ​ຮັບຜິດຊອບ​ການ​ກໍ່ສ້າງ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ການໝູນ​ເດີນ​ເປັນ​ເວລາ 72 ຊົ່ວ​ໂມງ. ​ໃນ​ໄລຍະທົດ​ລອງ, ​ເຄື່ອງ​ຈັກໝູນ​ເດີນ​ໄດ້​ດີ, ​ຜະລິດ​ໄຟຟ້າ​ໄດ້ 1115 ກິ​ໂລ​ວັດ​ໂມງ. ການສຳ​ເລັດ​ການ​ທົດ​ລອງ​ຄັ້ງ​ນີ້, ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຄື່ອງ​ຈັກໜ່ວຍທໍາອິດ​ຂອງ​ໂຄງການ​​ເຂື່ອນເລ​ວາ​ໄດ້​ເຂົ້າ​ສູ່​ການ​ເຮັດ​ວຍກຢ່າງ​ເປັນ​ທາງ​ການ​ແລ້ວ.

ມື້​ດຽວ​ກັນ, ພົນ​ເອກ​ເທ​ນ​ເສນ, ນາຍົກ​ລັດຖະ​ມົນຕີ​ມຽນມາ​ໄດ້​ໄປ​ສໍາຫຼວດ​ການ​ໃຊ້​ເຄື່ອງ​ຈັກ, ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ໄຟຟ້າ​ມຽນມາ​ກໍ່​ສົ່ງ​ຈົດໝາຍ​ໄປສະ​​ແດງ​ຄວາມ​ອວຍພອນ​ແລະຂອບ​ໃຈ, ​ເຈົ້າ​ຂອງ​ໂຄງການ​ແລະ​ຝ່າຍ​ທີ່​ປຶກສາ​ກໍ່​ໄດ້​ຍ້ອງ​ຍໍ​​ຄວາມອົດທົນ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ຂອງ​ຈີນ​ໃນ​ລະດັບ​ສູງ.

ປະລິ​ມານ​ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ຂອງ​ເຂື່ອນ​ເລ​ວາ​ແມ່ນ 7 ​ແສນ 9 ໝື່ນ​ກິ​ໂລ​ວັດ, ​ແມ່ນ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ທີ່​ມີກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ໃຫຍ່​ທີ່​ສຸດຂອງ​ມຽນມາ​ໃນ​ປະຈຸ​ບັນ. ການ​ສ້າງ​ໂຄງການ​ດັ່ງກ່າວ​ຢ່າງ​ສຳ​ເລັດ​ຜົນ​ຈະ​ຫຼຸດຜ່ອນ​ສະພາບ​ການ​ຂາດ​ເຂີນໄຟຟ້າ​ຢ່າງ​ໜັກໜ່ວງ​ຂອງ​ມຽນມາ​ຢ່າງ​ຫຼວງຫຼາຍ, ມີ​ປະສິດທິ​ຜົນທາງ​ສັງຄົມ​ແລະ​ຄວາມໝາຍ​ການ​ເມືອງອັນ​ສຳຄັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ