ສະ​ຫະ​ພັນ​ທະ​ນາ​ຄານ​ຈີນ​ອອກ​ບັດ​ສິນ​ເຊື່ອ​ຢູ່​ຟິ​ລິບ​ປິນ​ເປັນ​ຄັ້ງ​ທຳ​ອິດ

(GMT+08:00) 2010-02-22 16:56:08     cri
ຕາມ​ຂ່າວ CRI: ວັນທີ 19 ກຸມພາ​ນີ້, ສະ​ຫະ​ພັນ​ທະ​ນາ​ຄານ​ຈີນ​ກັບ​ທະ​ນາ​ຄານ​ສະ​ຫະ​ພັນ​ຟິລິບ​ປິນ​ໄດ້​ຮ່ວມ​ກັນ​ອອກ​ບັດ​ສິນ​ເຊື່ອ​ທະ​ນາ​ຄານ​ສະຫະພັນ​ແລະ​ສະ​ຫະ​ພັນ​ທະ​ນາ​ຄານ, ນີ້​ແມ່ນ​ສະຫະ​ພັນ​ທະ​ນາ​ຄານ​ຈີນ​ອອກ​ບັດ​ສິນ​ເຊື່ອ​ຢູ່​ຟິລິ​ບປິນ​ເປັນ​ຄັ້ງທຳ​ອິດ.

ປີ 2009, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈີນ​ຟິລິບ​ປິນ​ບັນລຸ 20 ຕື້ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ. ນັກ​ທ່ອງ​ທ່ຽວ​ຟິລິບ​ປິນທີ່​​ໄປ​ທ່ຽວ​ຈີນ​ມີ​ເຖິງ 7 ​ແສນ 5 ໝື່ນ​​ເທື່ອ​ຄົນ, ​ແມ່ນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ອັນ​ດັບ​ທີ 7 ຂອງ​ຈີນ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ຟິລິບ​ປິນກໍ່​ໄດ້​ເພີ່ມ​ຂຶ້ນ 39%, ຄື ມີ​ເຖິງ 2 ​ແສນ 2 ໝື່ນ​ເທື່ອ​ຄົນ, ​ແມ່ນ​ແຫຼ່ງນັກ​ທ່ອງ​ທ່ຽວ​ອັນ​ດັບ​ທີ 4 ຂອງ​ຟິລິ​ບປິນ. ບັດ​ສິນ​ເຊື່ອ​ທະ​ນາ​ຄານ​ສະ​ຫະພັນ​ແລະ​ສະ​ຫະ​ພັນ​ທະ​ນາ​ຄານ​ຈະ​ອຳ​ນວຍ​ຄວາມ​ສະດວກ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ຄົນ​ຟິລິບ​ປິນ​ທີ່​ຖື​ບັດ​ໄປ​ທ່ອງ​ທ່ຽວຫຼືດຳ​ເນີນ​ທຸລະ​ກິດ​ຢູ່​ຈີນ, ​ແລະ​ກໍ່​ມີ​ຜົນ​ດີ​ຕໍ່​ການຮ່ວມ​ມື​ການ​​ເງິນ​ຂອງ​ສອງ​ຝ່າຍ​ກໍ່​ຄື​ຂອງ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ