ສະ​ຫະ​ປະ​ຊາ​ຊາດ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ວິ​ສາ​ມັນ ຫາ​ລື​ການ​ຄຸ້ມ​ຄອງ​ເຄື່ອງ​ເຄ​ມີ​ແລະ​ເຄື່ອງ​ເສດ​ເຫຼືອ​ທີ່​ອັນ​ຕະ​ລາຍ

(GMT+08:00) 2010-02-22 18:17:04     cri
ຕາມ​ຂ່າວ CRI: ວັນ​ທີ 22 ກຸມພາ​ນີ້, ກອງ​ປະຊຸມຄັ້ງ​ວິສາມັນ​ຂອງ​ຝ່າຍ​ເຊັນ​ສັນຍາ​ບາ​ເຊ​ວ, ​ໂຣ​ເທີ​ດາມ​ແລະສ​ໂທ​​ໂຄມ​ທີ່​ຈັດ​ໂດຍ​ສຳນັກງານ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການວາງ​ແຜນ​ສິ່ງ​ແວດ​ລ້ອມຫຼື UNEP ​ໄດ້​ຈັດ​ຂຶ້ນ​ຢູ່​​ເກາະ​ບາ​ລີ​ຂອງ​ອິນ​ໂດ​ເນ​ເຊຍ, ກອງ​ປະຊຸມ​ມີ​ຈຸດປະສົງ​ເພື່ອ​ຫາລືການ​ຄຸ້ມ​ຄອງ​​ເຄື່ອງ​ເຄມີ​ແລະ​ເຄື່ອງ​ເສດ​ເຫຼືອ​ທີ່​ອັນ​ຕະ​ລາຍ​ແລະ​ບັນຫາ​ສິ່ງ​ແວດ​ລ້ອມ​ອື່ນໆ.

ກອງ​ປະຊຸມ​ທີ່​ດຳ​ເນີນ​ເປັນ​ເວລາ 6 ວັນ​ດັ່ງກ່າວ​ນີ້​ແມ່ນ​​ເວທີ​ປຶກສາ​ຫາລື​ສິ່ງ​ແວດ​ລ້ອທີ່ຂະໜາດ​ໃຫຍ່​ທີ່​ສຸດ​ໃນທົ່ວ​ໂລກ​ເຂົ້າ​ຮ່ວມ​ຫຼັງ​ຈາກ​ກອງ​ປະຊຸມ​ສິ່ງ​ແວດລ້ອມ​ໂກ​ແປັນ​ຮາກສະຫະ​ປະຊາ​ຊາດ. ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ກໍ່​ໄດ້​ສົ່ງ​ຜູ້​ແທນ​ໄປຮ່ວມ​ປະຊຸມ. ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ລວມທັງ: ການ​ຄຸ້ມ​ຄອງ​ທີ່​ບັງ​ເກີດ​ຜົນ​ຕໍ່ເຄື່ອງ​ເຄມີ​ແລະ​ເຄື່ອງ​ເສດ​ເຫຼືອ​ທີ່​ອັນຕະລາຍ​ຂ້າມ​ຊາດ, ສິ່ງ​ທ້າ​ທາຍ​ແລະ​ວິທີ​ແກ້​ໄຂ​ທີ່​ຄວາມ​ຫຼາກ​ຫຼາຍ​ຂອງ​ຊີວະ​ຊາດ​ປະ​ເຊີນໜ້າ, ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ປີ 2010, ບັນຫາ​ຄຸນ​ນະພາ​ບນ້ຳ​ແລະ​ຊັບພະ​ຍາກອນ​ນ້ຳ​ແລະ​ບັນຫາ​ເສດຖະກິດ​ສີຂຽວ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ