ກ່ຳ​ປັ່ນ21ລຳ​ຂອງ​ຈີນ​ທີ່​ເກີຍ​ຕື້ນຢູ່ແມ່ນ້ຳຂອງ​ຕອນ​ລາວ​ແລະ​​ມຽນມາອອກ​ໄດ້​ແລ້ວ

(GMT+08:00) 2010-02-23 16:19:55     cri
ຕາມ​ຂ່າວສານ​ຊິນ​ຮວາ: ໄພ​ແຫ້ງ​ແລ້ງເຮັດໃຫ້ການ​ເດີນເຮືອຕາມລຳ​ແມ່ນ້ຳ ຂອງໄດ້​ຮັບ​ຜົນກະທົບ.ຕາມ​ຂ່າວຫຼ້າ​ສຸດ​ຈາກພະ​ແນ​ກວຽກ​ງານທາງນ້ຳຂອງສິບ​ສອງ​ພັ່ນ​ນາ,​ກ່ຳ​ປັ່ນ21ລຳ​ຂອງ​ຈີນ​ທີ່​ເກີຍ​ຕື້ນຢູ່​ແມ່ນ້ຳຂອງ​ຕອນ​ລາວ​ແລະ​​ມຽນມາ​ໃນ​ຫວ່າງ​ມໍ່ໆມາ​ນີ້ ດຽວ​ນີ້ອອກ​ໄດ້​ແລ້ວ,ແລະພວມ​ຈອດ​ຢູ່​ເຂດມີ​ນ້ຳທີ່​ປອດ​ໄພ​ຫຼື​ທ່າ​ເຮືອບາງແຫ່ງ​ຂອງ​ໄທ​ເພື່ອ​ລໍຖ້າ​ຝົນຕົກ.

ນັບ​ແຕ່​ວັນ​ທີ8ກຸມພາ​ນີ້​ເປັນຕົ້ນ​ໄປ,ຍ້ອນໄດ້​ຮັບ​ຜົນ​ກະທົບຈາກໄພ​ແຫ້ງ​ແລ້ງ​ທີ່​ບໍ່​ເຄີຍ​ເຫັນ​ມາ​ຫຼາຍ​ປີ​ແລ້ວ,ລະດັບນ້ຳຂອງ​ແມ່ນ້ຳລ້ານ​ຊ້າງ-ນ້ຳຂອງ​ໄດ້​ຫຼຸດລົງຢ່າງ​ຫຼວງ​ຫຼາຍ,ຈາກ400-500​ແມັດ​ກ້ອນ​ຕໍ່​ວິນາທີ​ລົງເຫຼືອ 240-260​ແມັດ​ກ້ອນ​ຕໍ່​ວິນາທີ.

ກ່ອນ​ໜ້າ​ນີ້,ຈີນ​ໄດ້​ແຈ້ງ​ສະພາບ​ແຫ້ງ​ແລ້ງ,ສະພາບ​ນ້ຳບົກແຫ້ງ,​ແລະ​ເຮືອ​ຈີນ​ເກີຍ​ຕື້ນຢູ່​ຕ່າງປະ​ເທດ​ໃຫ້ຫ້ອງການ​ຄະນະກຳມາ​ທິການ​ປະສົມ​ລາວ,ມຽນມາ​ແລະ​ໄທ​ຊາບ​ແລ້ວ,ແລະຂໍ​ໃຫ້ປະ​ເທດເຫຼົ່ານັ້ນຊ່ວຍ​ເຫຼືອ​ກ່ຳ​ປັ່ນ​ແລະ​ລູກ​ເຮືອ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ