ອົງການອຳນາດ​ແຫ່ງ​ລັດ​ຈີນຄົ້ນຄວ້າ​ພິຈາລະນາ​ສັນຍາ​ກົງສຸນຈີນ-​ຟິລິບ​ບິນ

(GMT+08:00) 2010-02-24 16:05:43     cri

ຕາມ​ຂ່າວCRI: ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກຸມພາ​ນີ້​ໄດ້​ເລິ່ມຄົ້ນຄວ້າ​ພິຈາລະນາ​ຍັດຕິ​ຂອງ​ສັນຍາ​ກົງ​ສູນ​ຈີນ ກັບ ຟິລິ​ບິນ.

ເດືອນ​ຕຸລາ​ປີ​ກາຍ​ນີ້, ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຂອງ​ຈີນ ກັບ ຟິລິບ​ບິນ​ໄດ້​ເຊັນ​ສັນຍາ​ດັ່ງກ່າວ​ຢູ່​ນະຄອນຫຼວງມາ​ນີລາ. ຕົ້ນຕໍ​​ແມ່ນການ​ນິຍາມ​ຂອງ​ຄຳ​ສັບ​ກ່ຽວ​ກັບ​ກົງ​ສຸນ, ການ​ສ້າງ​ຕັ້ງ​ສະຖານ​ກົງສຸນ, ການ​ສົ່ງ​ພະນັກງານ​ກົງສຸນ, ຕຳ​ແໜ່​ງກົງສຸນ, ຄວາມ​ສະດວກ,ສິດ​ພິ​ເສດ ​ແລະ ສິດ​ຍົກ​​ເວັ້ນຂອງ​ສະຖານ​ກົງສຸນ ​ແລະ ສະມາຊິກ​ກົງສຸນ​ເປັນຕົ້ນ. ຖ້າວ່າ​​ສັນຍາ​ໄດ້​ຮັບ​ການອະນຸມັດ ​ແລະ ມີຜົນ​ບັງຄັບ​ໃຊ້,ຈະ​​ເປັນ​ຜົນ​ດີ​ຕໍ່​ກາເພິ່ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ ກັບ ຟິລິບ​ບິນ​​ໃນ​ຂົງ​ເຂດ​ກົງສຸນ,ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຂະ​ຫຍາ​ຍຕົວ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ