ກອງ​ປະ​ຊຸມ​ພິ​ເສດ​ຄັ້ງ​ທີ 11 ຂອງ UNDP ​ໄຂ​ຂຶ້ນ

(GMT+08:00) 2010-02-24 16:23:50     cri


ຕາມ​ຂ່າວ CRI: ວັນ​ທີ 24 ກຸມພາ​ນີ້, ກອງ​ປະຊຸມ​ພິ​ເສດຄັ້ງ​ທີ 11 ຂອງ​ສະພາ​ບໍລິຫານ​ງານ​ຂອງ​​ໂຄງ​ການ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ດຫຼື UNDP ​​ແລະ​ເວທີ​ປຶກສາ​ຫາລື​ສິ່ງ​ແວດ​ລ້ອມ​ລະດັບ​ລັດຖະ​ມົນຕີ​ທົ່ວ​ໂລກ​ໄດ້ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ​. ຜູ້​ແທນ​ແລະ​ຜູ້​ຊ່ຽວ​ຊານ​ສິ່ງ​ແວດ​ລ້ອມ​ທີ່​ມາ​ຈາກ 140 ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ໄດ້​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້.

ມື້​ດຽວ​ກັນ, ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຊູຊີ​ໂລ ບາ​ມບາງ ຢູ​ໂດ​ໂຢ​ໂນ, ປະທາ​ນາ​ທິ​ບໍດີ​ອິນ​​ໂດ​ເນ​ເຊຍ​ກ່າວ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ມີ​ຄວາມໝາຍ​ສຳຄັນ​ຕໍ່​ການ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ນັບ​ມື້​ນັບ​ຊຸດ​ໂຊມ​ລົງ​ໃນ​ປະຈຸ​ບັນ. ທ່ານ​ຫວັງ​ວ່າ​ກອງ​ປະຊຸມ​ເທື່ອ​ນີ້​ຈະສາມາດ​ຊຸກ​ຍູ້​ໃຫ້​ຝ່າຍ​ຕ່າງໆ​ສາມາດ​ຊອກ​ຫາ​ວິທີ​ທີ່ທັງ​ສາມາດ​ພັດທະນາ​ເສດຖະກິດ​ແລະທັງ​ບໍ່​ຕ້ອງ​ເສ​ຍຄ່າ​ຕອບ​ແທນ​ດ້ວຍ​ຄວາມສຸກ​ຂອງ​ລູກ​ຫຼານ​ໄດ້.

ທ່ານ​ຊູ​ຊິ​ໂລ​ຍັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ປົກ​ປ້ອງຊີວະ​ນາໆ​ພັນໃນ​ທົ່ວ​ໂລກ, ຕັ້ງ​ໜ້າ​ພັດທະນາ​ເສດຖະກິດ​ສີຂຽວ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ສິ່ງ​ແວດ​ລ້ອມ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ພາຍ​ໃຕ້​ລະບົບ​ຫຼາຍຝ່າຍ. ນີ້​ແມ່ນ​ເວທີ​ປຶກສາ​ຫາລື​ສິ່ງ​​​ແວດ​ລ້ອມ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດທີ່​ສະຫະ​ປະຊາ​ຊາດ​ຈັດ​ຂຶ້ນ​ຫຼັງ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂກ​​ແປັນ​ຮາກ​ໃນ​ປີ​ກາຍ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ