ສານ​ສູງ​ສຸດຟິລິບ​ປິນຕັດສິນ​ວ່າ​ນາງ​ອາ​ໂຣ​ໂຢສາມາດ​ເຂົ້າຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງສະມາຊິກສະພາ​ຕ່ຳ​ໄດ້

(GMT+08:00) 2010-02-24 16:31:57     cri
ຕາມ​ຂ່າວCRI: ວັນ​ທີ23ກຸມພາ​ນີ້ ສານ​ສູງ​ສຸດ​ຟີ​ລິບ​ປິນຕັດສິນ​ວ່າ,​ນາງກຼໍ​ເຣຍ ອາ​ໂຣ​ໂຢ ປະທານາທິບໍດີ​ຄົນ​ປະຈຸ​ບັນ​ສາມາດ​ເຂົ້າຮ່ວມ​ການ​​ແຂ່ງຂັນ​ເລືອກ​ຕັ້ງສະມາຊິກ​ສະພາ​ຕ່ຳ​ໃນ​ເດືອນ​ພຶດສະພາປີ​ນີ້,​ແລະປະຕິ​ເສດການອຸທອນຂອງ​ສະມາຊິກ​ຝ່າຍ​ຄ້ານ.

​ໃນ​ຖານະທີ່​ເປັນ​ປະທານ​ສະພາ,ນາງ​ໂອ​ໂຣ​ໂຢສາມາດ​ລິ​ເລີ່​ມລະບຽບ​ການ​ກ່າວ​ໂທດປະທານາທິບໍດີ,​​ແລະ​ສະກັດ​ກັ້ນວາລະ​ປະຊຸມ​ນິຕິບັນຍັດ​ຝ່າຍບໍລິຫານ. ຝ່​າຍຄ້ານ​ເປັນ​ຫ່ວງ​ວ່າ,ການ​ກະທຳ​ຂອງ​ນາງ​ອາ​ໂຣ​ໂຢອາດ​ຈະ​ຢາກ​ດັດ​ແກ້​ລັດຖະທຳ​ມະນູນ,​ເພື່ອ​​ໃຫ້​ຕົນ​ເອງ​ສາມາດ​ຂຶ້ນ​ຮັບ​ຕຳ​ແໜ່​ງປະທານາທິບໍດີ​​ໃນ​ປີ 2016.

ໂຄສົກສານສູງສຸດກ່າວວ່າ,ຜ່ານການປ່ອນບັດ​ແບບ​ປິດ​ລັບ,ຜູ່ພິພາກສາ​ທັງ​ຫຼາຍ​ໄດ້​ປະຕິ​ເສດການ​ອຸ​ທອນ​ຂອງ​ສະມາຊິກ​ຝ່າຍ​ຊ້າຍ.ສານ​ເຫັນ​ວ່າ,ກົດໝາຍ​ບໍ່​​ໄດ້​ກຳນົດ​ວ່າ,ນາງ​ອາ​ໂຣ​ໂຢ​ແຂ່ງຂັນ​ຊີງ​ທີ່​ນັ່ງ​ຂອງ​ສະພາ​ບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ