ລັດ​ຖະ​ບານ​ລາວ​ປະ​ດັບ​ຫລຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ແກ່​ທູດ​ຈີນ

(GMT+08:00) 2010-02-25 16:56:39     cri
ລັດຖະບານ​ລາວ​ໄດ້​ປະດັບ​ຫລຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທ່ານ Pan Quanxue, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວຕໍ່​ຜົນງານ​ຂອງ​ທ່ານ​ໃນ​ນາມ​ເປັນ​ຫົວໜ້າ​ນັກ​ການ​ທູດ​ຂອງ​ຈີນ​ປະຈຳ​ລາວ.

ຕ່າງ​ໜ້າ​ໃຫ້​ລັດຖະບານ​ລາວ​ປະດັບ​ຫລຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທ່ານ​ທູດ​ຈີນ​ປະຈຳ​ລາວ​ ​ແມ່ນ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມຸນຕີ, ລັດຖະມຸນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ.

ພິທີ​ປະດັບ​ຫລຽນ​ໄດ້​ຈັດ​ຂຶ້ນ​ມື້ວານ​ນີ້ທີ່​ກະຊວງ​ການ​ຕ່າງປະ​ເທດ​ນະຄອນຫລວງ​ວຽງ​ຈັນ. ​ໃນ​ພິທີ, ດຣ. ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ທ່ານ Pan Quangxue ຕໍ່​ການ​ສົ່ງ​ເສີມ​ການ​ພົວພັນ​ມິດຕະພາບ​ ​ແລະ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຢ່າງ​ແຂງ​ແຮງລະຫວ່າງ​ລາວ ​ແລະ ຈີນ.

ທ່ານ Pan Quangxue ​ໄດ້​ລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ປະຈຳ​ລາວມາ​ແຕ່​ວັນ​ທີ 28 ​ເດືອນ​ມີນາ ​ປີ2007. ​ໃນ​​ການ​ປະຕິບັດ​ໜ້າ​ທີ​ການ​ທູດ​ຢູ່ ສປປ ລ!ວໄລຍະ 3 ປີຜ່ານມາມ ທ່ານ Pan Quangxue ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຫ້າ​ວຫັນ​ໃນ​ຫລາຍ​ກິດຈະກຳ​ໃນ​ການ​ເພີ່ມທະວີ​ການ​ພົວພັນ​ມິດຕະພາບ ​ແລ​ະ ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ ລະຫວ່າງ ຈີນ ​ແລະ ລາວ, ​ໂດຍ​ສະ​ເພາະ​ໃນ​ວຽກ​ງານ​ການ​ລົງທຶນ, ການ​ຄ້າ, ການ​ສຶກສາ ​ແລະ ການ​ເມືອງ.

ຈີນ ​ແລະ ລາວ​ເປັນ​ປະ​ເທດ​ເພື່ອນ​ມິດ​ທີ່​​ເຊື່ອມ​ຕໍ່​ກັນ​ທັງ​ສາບ​ພູ​ແລະ ສາຍ​ນ້ຳ. ປະຊາຊົນ​ຂອງ​ສອງ​ປະ​ເທດ​ຢູ່​ຮ່ວມ​ກັນ​ໃນ​ສັນ​ຕິ​ພາບ​ແລະ ຄວາມ​ກົມ​ກຽວ​ກັນ​ມາ​ແຕ່​ບູຮານ​ນະ​ການ. ​ໃນ​ວັນ​ທີ 25 ​ເດືອາ​ເມສາ 1961 ຈີນ ​ແລະ ລາວໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​,​ໄດ້​ຮັກ​ສາ​ການ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມິດ​ຕະ​ພາບ​ນຳ​ກັນ​ຈົນ​ມາ​ເຖິງ​ປະຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ