ຈີນ​ຈະ​ກໍ່​ສ້າງ​ດາວ​ທຽມ​ລະ​ບົບ​ວິ​ທະ​ຍຸ​ໂທ​ລະ​ພາບ​ແລະ​ໂທ​ລະ​ຄົມ​ມະ​ນາ​ຄົມ​ລາວ

(GMT+08:00) 2010-02-25 19:27:02     cri

ຕາມ​ຂ່າວຈາກ​ເວັບ​ໄຊ້​ປະຊາຊົນ​ຂອງ​ຈີນ: ວັນ​ທີ 25 ກຸມພາ​ນີ້, ພິທີ​​ເຊັນ​ສັນຍາ​ໂຄງການ​ສ້າງກໍ່​ດາວ​ທຽມ​ລະບົບວິທະຍຸ​ໂທລະພາບ​ແລະໂທລະ​ຄົມມະ​ນາຄົມ​ລາວ" ທີ່​ເຊັນ​ໂດຍ​ບໍລິສັດ​ດາວ​ທຽມ​ໂທລະ​ຄົມ​ອາຊີ​ປາຊິ​ຟິກຈີນ​ຈຳກັດ​ທີ່​ຂຶ້ນ​ກັບ​ກຸ່ມ​ວິ​ທະ​ຍາ​ສາດ​ເຕັກນິກ​ການບິນອາ​ວະ​ກາດ​ຈີນ, ບໍລິສັດ​ໃຫຍ່​ອຸດສາ​ຫະກຳ​ຊາງ​ເຊິ​ງຈີນ​ກັບ​ກົມ​ວິທະ​ຍາສາດ​ແລະ​ເຕັກ​ນິກ​ສຳ​ນັກ​ງານ​ນາຍົກ​ລັດຖະ​ມົນຕີ​ລາວ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ. ການ​ເຊັນ​ສັນຍາ​ດັ່ງກ່າວ​ເປັນ​ຂີດໝາຍ​ສະ​​ແດງ​ໃຫ້​ເຫັນ​ວ່າ, ອຸດສາ​ຫະກຳ​ປະຍຸກ​ໃຊ້​ແລະ​ການ​ບໍ​ລິ​ການ​ດ້ານ​ເຕັກນິກ​ການບິນ​ອະວະກາດທີ່​ຖື​ການ​ບໍລິການ​ການ​ຄ້າ​ດາວ​ທຽມ​ເປັນ​ຫຼັກ​ຂອງ​ກຸ່ມ​ວິທະຍາສາດ​ເຕັກນິກ​ການ​ບິນ​ອະວະກາດ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຕະຫຼາດສາກົນ​ຢ່າງ​ເປັນ​ທາງ​ການ.

ສັນຍາດັ່ງກ່າວ​ແມ່ນ​ເນື້ອ​ໃນ​ສຳຄັນ​​ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມ "ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໂຄງການ​ກໍ່ສ້າງ​ແລະ​ທຸລະ​ກິດ​ດາວ​ທຽມ​ລະ​ບົບ​ວິ​ທະຍຸ​ໂທລະພາບ​ແລະໂທລະ​ຄົມ​​​ມະ​ນາ​ຄົມ​ລາວ". ນີ້​ແມ່ນ​ຈີນ​ດຳ​ເນີນ​ການທຸລະ​ກິດ​ການບິນ​ອະວະກາດ​ຂາ​ອອກ​ຢູ່​ອາຊຽນ​ເປັນ​ເທື່ອ​ທຳ​ອິດ, ​ແລະ​ຈະ​ສ້າງ​ເປັນຮູບ​ແບບ​ບໍລິການ​ຄົບ​ວົງ​ຈອນ​ທີ່​ປະກອບ​ດ້ວຍ 3 ພາກສ່ວນ ຄື ​ການ​ຍິງ​ສົ່ງ​ດາວ​ທຽມ, ການ​ມອບ​ດາວ​ທຽມໃນ​ວົງ​ໂຄຈອນ​ແລະ​ການບັນຊາ​ຢູ່​ໜ້າດິນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ