ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນອະນຸມັດ​ສັນຍາ​ວ່າ​ດ້ວຍ​ກົງ​ສູນ​ຈີນ​ແລະ​ຟີ​ລິບປິນ

(GMT+08:00) 2010-02-26 16:41:17     cri
ຕາມ​ຂ່າວCRI:ວັນ​ທີ 26 ກຸມພາ​ນີ້,ຄະນະ​ປະຈຳ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນໄດ້​ອະນຸມັດ​ສັນຍາ​ວ່າ​ດ້ວຍ​ກົງ​ສູນ​ຈີນ​ແລະ​ຟີ​ລິບ​ປິນ.

ໃນ​ເດືອນ​ຕຸລາ​ປີ​ກາຍ,ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ​ແລະ​ຟີ​ລິບ​ປິນ​ໄດ້​​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ຢູ່​ມາ​ນີລາ.​ເນື້ອ​ໃນຕົ້ນຕໍ​ມີຄື:ນິຍາມຂອງ​ຄຳ​ສັບ​ກ່ຽວ​ກັບ​ກົງ​ສູນ;ການ​ຕັ້ງສະຖານ​ກົງ​ສູນ​ແລະ​ການ​ແຕ່ງຕັ້ງກົງ​ສູນ​ໃຫຍ່;ບົດບາດ​ຂອງ​ກົງ​ສູນ;ຄວາມ​ສະດວກ ສິດທິ​ພິ​ເສດ​​ແລະ​ສິດຍົກ​​ເວັ້ນສຳລັບສະຖານ​ກົງ​ສູນ​ແລະສະມາຊິກແລະ​ອື່ນໆ.

ລັດຖະບານ​ຈີນ​ເຫັນ​ວ່າ,ການ​ອະນຸມັດ​ແລະມີຜົນບັງຄັບ​ໃຊ້​ຂອງ​ສັນຍາ​ດັ່ງກ່າວ,ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ຟີ​ລິບ​ປິນ​ໃນ​ຂົງ​ເຂດ​ກົງ​ສູນ,​ແລະ​ຊຸກຍູ້​​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂະຫຍາຍ​ໄປ​ໜ້າ​ຕື່ມ​ອີກ.

ນັບ​ແຕ່ຈີນ​ຟີ​ລິບ​ປິນສ້າງ​ສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1975 ​ເປັນຕົ້ນ​ມາ,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ເປັນ​ປົກກະຕິ.​ໃນ​ຫຼາຍ​ປີ​ມານີ້,ຄຽງ​ຄູ່​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່ຢຸດ​ຢັ້ງ,ການ​ໄປມາຫາສູ່​ກັນ​ລະຫວ່າງປະຊາຊົນ​ສອງ​ປະ​ເທດ​ໄດ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.ປະຈຸ​ບັນ,ຈີນ​​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ອັນ​ດັບ​ທີ 5 ຂອງ​ຟີ​ລິບ​ປິນ,ຟີ​ລິບ​ປິນກໍ່​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ອັນ​ດັບ​ທີ 7 ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ