WFP ຕັ້ງ​ສາງອາຫານຮັບ​ມື​ສຸກ​ເສີນ​ຢູ່​ມະ​ເລ​ເຊຍ

(GMT+08:00) 2010-02-26 16:48:45     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 25 ກຸມພາ​ນີ້,​​ຢູ່​ກົວ​ລາ​ລຳ​​ເປີ,ໂຄງການ​ອາຫານ​ໂລກ​ສະຫະ​ປະຊາ​ຊາດ​ຫຼື WFP ​ໄດ້​ເຊັນ​ສັນຍາ​ກັບ​ລັດຖະບານ​ມະເລ​ເຊຍ,ຈະ​ຕັ້ງ​ສາງ​ອາຫານຮັບ​ມື​ສຸກ​ເສີນທາງມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ມະ​ເລ​ເຊຍ,​ເພື່ອ​ໃຫ້ການຊ່ວຍ​ເຫຼືອສຸກ​ເສີນ​ດ້ານມະນຸດສະທຳ​ຢ່າງ​ທັນ​ການ​ໃນ​ເວລາ​ເກີດ​ໄພ​ທຳ​ມະ​ຊາດ​ຢູ່​ພາກພື້ນ​ອາຊີ​ປາຊີ​ຟິກ.

ມື້​ດຽວ​ກັນ,ກະຊວງ​ການ​ຕ່າງປະ​ເທດ​ມະ​ເລ​ເຊຍ​ຖະ​ແຫຼ​ງ​ວ່າ,ມະ​ເລ​ເຊຍ​ເຫັນ​ດີ​ໃຫ້​ສະຫະ​ປະຊາ​ຊາດຕັ້ງ​ສາງ​ອາຫານຮັບ​ມື​ສຸກ​ເສີນ​ດ້ານມະນຸດ​ສະ​ທຳ​ຢູ່​ມະ​ເລ​ເຊຍ,ນີ້​​ເປັນ​ການຢັ້ງຢືນທີ່​ສະ​ແດງ​ໃຫ້​ເຫັນ​ວ່າ,ມະ​ເລ​ເຊຍຍິນ​ດີ​ພະຍາຍາມ​ປະຕິບັດ​ຕາມ​ພັນທະ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ,ພ້ອມ​ກັນນັ້ນ,ກໍ່​ສະ​ແດງ​​ໃຫ້​ເຫັນ​ວ່າ,ມະ​ເລ​ເຊຍ​ຍິນ​ດີ​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ໃນ​ດ້ານ​ການ​ຊ່ວຍ​ເຫຼືອ​ດ້ານມະນຸດສະທຳ​ໃນ​ພາກພື້ນ.

ມື້​ດຽວ​ກັນ,ຢູ່​ກົວ​ລາ​ລຳ​​ເປີ,WFP ກໍ່ຖະ​ແຫຼ​ງວ່າ,ນີ້​ແມ່ນສາງອາຫານ​ຮັບ​ມື​ສຸກ​ເສີນ​ດ້ານມະນຸດສະທຳ​ແຫ່ງ​ທີ 5 ​ໃນ​ໂລກ​ຂອງ WFP ຫຼັງ​ຈາກອີ​ຕາ​ລີ,​ສະຫະລັດ​ອາຣັບ​ເອມີ​ເຣດ,ປາ​ນາມາ​ແລະ​ກາ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ