ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຟິລິບ​ບິນ​ເກີດ​ແຜ່ນດິນ​ໄຫວ​ຂັ້ນ 6,1 ລິກ​ເທີ

(GMT+08:00) 2010-03-02 17:08:45     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2 ​ມີນານີ້, ສະ​ຖາ​ບັນ​ຄົ້ນຄວ້າ​ພູ​ໄຟ ​ແລະ ​ແຜ່ນດິນ​ໄຫວ​ຂອງ​ຟິລິບ​ບິນ​ແຈ້ງ​ໃຫ້​ຊາບ​ວ່າ, ​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​​ເກາະລູຊອນຂອງ​ຟິລິບ​ບິນ​ໄດ້​ເກີດ​​ໄຟ​ແຜ່ນດິນ​ໄຫວ​ຂັ້ນ 6,1 ລິກ​ເທີ​ໃນ​ເວລາ 10 ​ໂມງ 51 ນາວີ ວັນ​ທີ 2 ມີນາ ຕາມ​ເວລາ​ທ້ອງ​ຖິ່ນ.

ເວັບ​ໄຊສະ​ຖາ​ບັນ​ຄົ້ນຄວ້າ​ພູ​ໄຟ ​ແລະ ​ແຜ່ນດິນ​ໄຫວ​ຂອງ​ຟິລິບ​ບິນ​ລາຍ​ງານວ່າ, ​ແຜ່ນດິ​ນ​ໄຫວ​ເທື່ອ​ນີ້​ແມ່ນ​ແຜ່ນດິນ​ໄຫ​ວ​ແຫຼ່ງຕື້ນ,ຈຸດ​ສູນກາງ​ຂອງແຜ່ນດິນ​ໄຫວຢູ່ຫ່າງ​ຈາກ​ທູ​ກີວ​ກາຣາວ ​ເມືອງ​ເອກ​ຂອງ​ແຂວງ​ຄາກາ​ຢານ ພາກ​ເໜືອ​ຟິລິບ​ບິນປະມານ 130 ລິ​ໂລ​ແມັດ. ປັດຈຸບັນ,ຍັງ​ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ ຄວາມ​ເສຍ​ຫາຍ​​ເທື່ອ.

ສະຖານີວິທະຍຸຟິລິບ​ບິນ​ລາຍ​ງານວ່າ, ​ໃນ​ເວລາ​ເກີດ​​​ແຜ່ນດິນ​ໄຫວ, ນາງກຼໍ​ເຣຍ ມາ​ກາ​ຟາ​ການ ອາ​ໂລ​ໂຢ ປະທານາທິບໍດີ​ຟິລິບ​ບິນ​ພວມກ່າວ​ປາຖະກະຖາກ່ຽວ​ກັບ​ເສດຖະກິດ​ກະສິກຳ​ຢູ່​ເມືອງ​ທູ​ກີວ​ກາຣາວ. ຂ່າວ​ແຈ້ງວ່າ, ​ໃນ​ເວລາ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ,ນາງ​ຈຳ​ເປັນ​ຕ້ອງ​ຢຸດ​​ກ່າວ​ປາຖະກະຖາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ