ທະນາຄານ​ນະ​ຄອນ​ຫຼວງ​ຟີ​ລິບ​ປິນ​ສາ​ຂາ​ຈີນ​ທົດລອງ​ດຳ​ເນີນ​ທຸ​ລະ​ກິດ

(GMT+08:00) 2010-03-03 16:30:01     cri
ຕາມ​ຂ່າວCRI,ທະນຄານ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຟີ​ລິບ​ປິນຄືທະນາຄານ​ນະຄອນຫຼວງ​ຟີ​ລິບ​ປິນສຳນັກງານ​ໃຫຍ່​ຢູ່ຈີນ​ແລະ​ສາຂາ​ນານ​ກິ່ງ​ທົດລອງເປີດ​ບໍລິການ​ໃນ​ວັນ​ທີ3​ມີນາ​ນີ້.​ໃນ​ມື້​ເປີດ​ບໍລິການ,ທະນານ​ຄານ​ສອງ​ສາຂາ​ນີ້​ໄດ້​ຕ້ອນຮັບ​ລູກ​ຄ້າ​ທີ່​ເປັນ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຊຸດທຳ​ອິດທີ່​ຢູ່​ທ້ອງ​ຖິ່ນ​ດັ່ງກ່າວ.

ທະນາຄານ​ນະຄອນຫຼວງ​ຟີ​ລິບ​ປິນ​ແມ່ນ​ທະນາຄານ​ຕ່າງປະ​ເທດ​ແຫ່ງ​ທຳ​ອິດ​ທີ່​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ເຂດ​ຈີນ​ຂອງ​ທະນາຄານ​ນິ​ຕິ​ບຸກ​ຄົນ​ຢູ່​ແຂວງ​ຈ່ຽງ​ຊູ​ຂອງ​ຈີນ.ທ່ານ​ຈ່າງ​ຈິ່ນ​ເສິນ ຜູ່​ອຳ​ນວຍ​ການ​ໃຫຍ່​ທະນາຄານ​ນະຄອນຫຼວງ​ຟີ​ລິບ​ປິນ​ສຳ​ນັກ​ງານ​ໃຫຍ່​ຢູ່​ຈີນ​ກ່າວ​ວ່າ,​ໃນ3​ປີ​ຕໍ່​ໜ້າ​ນີ້,ທະນາຄານ​ນະຄອນຫຼວງ​ຟີ​ລິບ​ປິນສາຂາ​ຈີນ​ຈະ​ຕັ້ງ​ສາຂາ​ສຳຄັນ15​ແຫ່ງ​ຢູ່​ຈີນ,​ໃນ​ນັ້ນ​ມີ10​ແຫ່ງ​ຢູ່​ເຂດ​ສາມ​ຫຼ່ຽມ​ປາກແມ່​ນ້ຳ​ຢ່າ​ງຊີ​ກ້ຽງ,ສ່ວນ​ແຫ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຕັ້ງ​ຢູ່​ແຂວງ​ຈ່ຽງ​ຊູ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ