ກອງທັບ​ຟິລິບ​ປິນຜາບ​ແພ້ກົນ​ອຸບາຍ​ການ​ໂຈມ​ຕີ​ແບບ​ລະ​ເບີດ

(GMT+08:00) 2010-03-04 16:28:33     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 3 ມີນາ​ນີ້, ກອງທັບ​ຟິລິບ​ປິນກ່າວ​ວ່າ, ມື້​ດຽວ​ກັນ,ກອງ​ຕຳຫຼວດ​ປະກອບ​ອາວຸດ​ຟິລິບ​ປິນ​ໄດ້​ທຳລາຍ​ແຜນການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ລາຍ​ໜຶ່ງ​ຢູ່​ນະຄອນຫຼວງ​ມາ​ນີລາ, ​ແລະຈັບ​ສະມາຊິກຂອງກຸ່ມປະກອບ​ອາວຸດອາ​ບູ ຊາ​ຢາ​ຟ 3 ຄົນ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ແນັນໂດ ມາ​ປາ​ກູ ບັນຊາ​ການ​ ​ທະຫານ ເຂດ ນະຄອນຫຼວງ​ຂອງ​ກອງ​ຕຳຫຼວດ​ປະກອບ​ອາວຸດ​ຟິລິບ​ປິນກ່າວ​ວ່າ, ຫວ່າງ​ມໍ່ໆມາ​ນີ້, ກຸ່ມປະກອບ​ອາວຸດ 3 ຄົນ​ດັ່ງກ່າວ​ໄດ້​​ລີ້ຊ້ອນ​ຢູ່​​ເຂດ​​​ມາ​ນີລາ​ໃຫຍ່, ພວກ​ເຂົາ​ພວມ​ກະກຽມ​ເວາງ​ລະ​ເບີດ. ຂະນະ​ນີ້,ຍັງ​ບໍ່​ຮູ້​ເປົ້າ​ໝາຍ​ທີ່​ພວກ​ເຂົາ​ຈະໂຈມ​ຕີ​​ເທື່ອ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ