ທ່ານ​ອານ​ນັນ​ກ່າວ​ປາຖະກະຖາ​​ຢູ່​ຈາ​ກາ​ຕາ

(GMT+08:00) 2010-03-05 16:23:27     cri
ຕາມ​ຂ່າວCRI, ວັນ​ທີ4​ມີນາ​ນີ້, ​ໃນ​ເວລາທ່ານ​ໂກ​ຟີ ອານ​ນັນ ອະດີດ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດກ່າວ​ຄຳ​ປາ​ໄສ​ຕໍ່​ບຸກຄົນຊັ້ນ​ນຳຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ຮຽກຮ້ອງ​ໃຫ້​ອິນ​ໂດ​ເນ​ເຊຍ​ຈົ່ງ​ຕາງໜ້າ​ປະ​ເທດ​ພວມ​ພັດທະນາ, ​ເສີມ​ຂະຫຍາຍ​ບົດບາດ​ໃນ​ກຸ່ມ20​ປະ​ເທດ ຫຼື G20, ນຳພາ​ໂລກ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆໃນ​ປະຈຸ​ບັນ.

ຕາມ​ຂ່າວ​ແຈ້ງວ່າ, ຕອນ​ບ່າຍ​ວັນ​ທີ4​ມີນາ​ນີ້, ຢູ່​ທຳນຽບປະທານາທິບໍດີ​ທີ່​ຈາ​ກາ​ຕາ, ທ່ານ​ອານ​ນັນ​ໄດ້​​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ຊູຊີ​ໂລ ບຳບັງ ຢຸດ​ໂຮ​​ໂຢ​ໂນ ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ, ​ແລະ​ໄດ້ກ່າວ​ປາຖະກະຖາ​ຫົວ​ຂໍ້​ສະ​ເພາະ​ໃນ​ງານ​ສຳ​ມະ​ນາ​ຄູ​ສອນ​ຂອງ​ປະທານາທິບໍດີ. ທ່ານ​ຊູຊີ​ໂລ, ທ່ານ​ເດ​ນີ ບຸດ​ດີ​ໂອ​ໂນ ຮອງ​ປະທານາທິບໍດີ​ແລະ​ລັດຖະມົນຕີ​ຫຼາຍ​ທ່ານ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເຂົ້າ​ຮ່ວມຟັງ​ປາຖະກະຖາ. ທ່ານ​ອານ​ນັນ​ກ່າວ​ວ່າ, ຜູ້ນຳ​ຂອງ​ກຸ່ມ8​ປະ​ເທດ ຫຼື G8 ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ຕໍ່​ບັນຫາ​ສາກົນ, ຖານະບົດບາດ​ຂອງ​ກຸ່ມ8​ປະ​ເທດ​ພວມ​ຕົກ​ຕ່ຳລົງ, ​ແຕ່ກຸ່ມ20​ປະ​ເທດ​​ພວມ​ມີບົດບາດ​ສູງຂຶ້ນ. ສະ​ນັ້ນ, ມີ​ແຕ່​ທົ່ວ​ໂລກ​ສາມັກຄີ​ກັນ​ຈິ່ງ​ແມ່ນ​ວິທີ​ແກ້​ໄຂ​ບັນຫາ​ທົ່ວ​ໂລກ, ​ແລະ​ຫວັງວ່າ​ອິນ​ໂດ​ເນ​ເຊຍຈະ​ສາມາດ​ຕາງໜ້າ​ປະ​ເທດ​ພວມ​ພັດທະນາ​ທີ່​ບໍ່​ສາມາດ​ເຂົ້າ​ເປັນ​ສະມາຊິກ​ກຸ່ມ20​ປະ​ເທດ.

ທ່ານ​ອານ​ນັນ​ຍັງ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ຂອງ​ເລຂາ​ອາຊ​ຽນທີ່​ຕັ້ງ​ຢູ່​ຈາ​ກາ​ຕາ​ແລະ​ພົບ​ປະ​ກັບ​ທ່ານ​ສຸຣິນ ພິດຊຸ​ວັນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​​ເຫັນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ສາກົນ. ທ່ານ​ກ່າວ​ວ່າ, ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ຕ້ອງ​ມີ​ປະຕິ​ກິລິຍາ​ໄວຕອບ​ທີ່​ສຸດ​ຕໍ່​ບັນຫາ​ພາຍ​ໃນ, ​ເພາະວ່າ​ບັນຫາ​ພາຍ​ໃນ​ຈະ​ກາຍ​ເປັນ​ບັນຫາ​ສາກົນ​​ໃນ​ທີ່​ສຸດ, ສ່ວນ​ວິທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ແມ່ນ​ຮ່ວມ​ມື​ກັນ​ເພື່ອ​ແກ້​ໄຂ​ບັນຫາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ