ລັດ​ຖະ​ບານ​ຟີ​ລິບ​ປິນ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ກຸ່ມ​ຕ້ານ​ລັດ​ຖະ​ບານ

(GMT+08:00) 2010-03-05 19:02:01     cri
ຕາມຂ່າວສານຊິນຮວາ,ວັນທີ4ມີນານີ້,ຢູ່ນະຄອນຫຼວງກົວລາລຳເປີ​ຂອງ​ມະ​ເລ​ເຊຍ​ຜູ່​ຕາງ​ໜ້າ​ລັດ​ຖະ​ບານ​ຟີ​ລິບ​ປິນ​ເມື່ອ​ໄດ້​ເຈ​ລະ​ຈາ​ກັບ​ຜູ່​ຕາງ​ໜ້າ​ຂອງ​ແນວ​ໂຮມ​ປົດ​ປ່ອຍ​ອິສ​ຣາມ​ໂມ​ໂລ​ທີ່​ເປັນ​ກຸ່ມ​ປະ​ກອບ​ອາ​ວຸດ​ຕ້ານ​ລັດ​ຖະ​ບານ​ເຈ​ລະ​ຈາ​ສັນ​ຕິ​ພາບ​ເປັນ​ເວ​ລາ​1ວັນ​ແລ້ວ​ກ່າວ​ວ່າ,​ລັດ​ຖະ​ບານ​ຟີ​ລິບ​ປິນ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ຄວາມ​ຄືບ​ໜ້າ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ,​ສອງ​ຝ່າຍ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັນ​ຢູ່​ກົວ​ລາ​ລຳ​ເປີ​ໃນ​ເດືອນ​ນີ້.

ພາຍຫຼັງການເຈລະຈາສິ້ນສຸດລົງໃນຕອນບ່າຍວັນທີ4ມີນານີ້,​ທ່ານ​ລາ​ເຟວ ເຊ​ກິວສ​ຜູ່​ຕາງ​ໜ້າ​ລັດ​ຖະvບານ​ຟີ​ລິບ​ປິນ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ໄດ້​ນຳ​ພາ​ຄະ​ນະ ຜູ່​ແທນ​ເຈ​ລະ​ຈາ​ອອກ​ຈາກ​ທີ່​ປະ​ຊຸມ​ສ່ວນ​ຄະ​ນະ​ຜູ່​ແທນ​ຂອງ​ກຸ່ມ​ແນວ​ໂຮມ​ປົດ​ປ່ອຍ​ອິສ​ຣາມ​ໂມ​ໂລ​ສືບ​ຕໍ່vດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ເປັນ​ເວ​ລາ​ຍາວ​ນານ​ກັບ​ເຈົ້າ​ໜ້າທີ່​ໄກ່​ເກ່ຍ​ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ແມ່ນ​ລັດ​ຖະ​ບານ​ຢູ່​ທີ່​ປະ​ຊຸມ.

ທ່ານເຊກີວສກ່າວວ່າ,ຄວາມຄືບໜ້າການເຈລະຈາສັນຕິພາບເປັນໜ້າເພິ່ງພໍໃຈຫຼາຍ​ກຸ່ມ​ແນວ​ໂຮມ​ປົດ​ປ່ອຍ​ອິສ​ຣາມ​ໂມ​ໂລ​ໄດ້​ຕື່ມ​ເນື້ອ​ໃນ​ຈຳ​ນວນ​ໜຶ່ງ​ເຂົ້າ​ໃນ​ຂໍ້​ສະ​ເໜີ​ເດີມ​ທ່ານ​ຈະ​ນຳvເອົາ​ຂໍ້​ສະ​ເໜີ​ເຫຼົ່າ​ນີ້​ກັບ​ຄືນ​ປະ​ເທດ​ເພື່ອ​ປຶກ​ສາ​ຫາ​ລື​ກັບ​ລັດ​ຖະ​ບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ