7 ປະ​ເທດ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ອາ​ຄະ​ເນ​ຕົກ​ລົງ​ສ້າງ​ສູນ​ພະ​ລັງ​ງານ​ຂອງ​ພາກ​ພື້ນ​ຢູ່​ອິນ​ເດຍ

(GMT+08:00) 2010-03-06 16:53:44     cri
ຕາມຂ່າວ​ສານ​ຊິ່ນຮວາ: ວັນທີ 5 ມີນານີ້, ລັດຖະ​ມົນຕີ​ຫຼື​ຜູ້​ຕາງໜ້າ​ກະຊວງ​ພະລັງງານ 7 ປະ​ເທດ​ອາຊີ​ໃຕ້​ແລະ​ອາຊີ​ອາຄະ​ເນ​ຕົກລົງ​ສ້າງ​ສູນ​ພະ​ລັງ​ງານ​ຂອງ​ພາກ​ພື້ນ​ຢູ່​ອິນ​​ເດຍ, ​ເພື່ອ​ຊຸກ​ຍູ້ການ​ເຊື່ອມ​​ໂຍງ​ຕາ​ໜ່າງ​ພະລັງງານ​ແລະ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ພະລັງງານ​ໃນ​ພາກ​ພື້ນ, ​ເພື່ອ​ຍົກ​ສູງ​ປະສິດ​ທິພາ​ບການນຳ​ໃຊ້​ພະລັງງານ​ຕື່ມ​ອີກ.

ວັນ​ທີ 5 ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທີ 2 ຂອງ​ລັດຖະມົນຕີ​ພະລັງງານ​ຂອງ​ປະ​ເທດ​ສະມາຊິກ​ກົນ​ໄກຮ່ວມ​ມື​ເສດຖະກິດ​ເຕັກ​ນິ​ກຫຼາຍ​ລະດັບ​ຂອງ​ອ່າວ​ບັງ​ກຼາ​ເດັດຈັດ​ຂຶ້ນ​ຢູ່​ບາງກອກ.

​ໃນ​ກອງ​ປະຊຸມຂ່າວ​ທີ່​ຈັດ​ຂຶ້ນຫຼັງກອງ​ປະຊຸມ​ດັ່ງກ່າວ, ທ່ານວັນນະຣັດ ຊານ​ນຸກຸນ, ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ໄທ​ກ່າວ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​​ໄດ້ຕົກລົງ​ສ້າງ​ສູນ​ພະລັງງານ​ຢູ່​ອິນ​ເດຍ, ​ເພື່ອສະໜອງ​ການ​ບໍລິການ​ໃນ​ດ້ານ​ຕ່າງໆ​ໃຫ້​ປະ​ເທດ​ສະມາຊິກ, ​ເຊັ່ນ: ການ​ເຊື່ອມ​ໂຍງ​ຕາໜ່າງພະລັງງານ, ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ, ການ​ຍົກ​ສູງ​ປະສິດທິພາບການ​ນຳ​ໃຊ້​ພະລັງງານ, ການ​ລົງທຶນ​ຕໍ່​ຂົງ​ເຂດ​ພະລັງງານ, ການ​ສ້າງ​ພື້ນຖານ​​ໂຄງ​ລ່າງ​ພະລັງງານ, ການ​ສ້າ​ງຄວາມ​ສາມາດ​ຂອງ​ຊັບພະຍາກອນ​ມະນຸດ​ແລະ​ການ​ໂອນ​ເຕັກນິກ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ