ລັດ​ຖະ​ບານ​ໄທ​ຈັດ​ພິ​ທີ ສະ​ຫຼອງ​ພະ​ເທບ​ໄດ້​ຮັບຄັດ​ເລືອກ​ເປັນ​ເພື່ອນ​ມິດ​ສາ​ກົນຈີນ

(GMT+08:00) 2010-03-08 16:58:09     cri

ຕາມ​ຂ່າວ CRI: ຕອນ​ຄ່ຳວັນ​ທີ 7 ມີນາ​ນີ້, ລັດຖະບານ​ໄທ​ຈັດ​ພິທີຢູ່​ທຳນຽບ​ລັດຖະບານ, ສະຫຼອງ​ພະ​ເທບລັດຕະນະ​ລາຊະ​ສຸດາ​ທີ່​ໄດ້​ຮັບ​ການຄັດ​ເລືອກ​ໃຫ້ເປັນ​ເພື່ອນ​ມິດສາ​ກົນຂອງຈີນ 10 ທ່ານ.


ໃນ​ເວລາທ່ານ​ອະພິສິດ ​​ເວດ​ຊະ​ຊີວະ, ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ຄຳ​ປາ​ໄສໃນພິທີ​ສະ​ເຫຼີມ​ສະຫຼອງ​ດັ່ງກ່າວ, ກ່ອນ​ອື່ນ, ທ່ານ​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ພະ​ເທບ​ທີ່​ໄດ້ຮັບ​ການ​ຄັດ​ເລືອກ​ເປັນເພື່ອນ​ມິດສາ​ກົນຈີນ 10 ທ່ານ. ທ່ານ​ກ່າວ​ວ່າ, ​ໃນ​ເວລາ 20 ກວ່າ​ປີ, ​ພະ​ເທບ​ລັດຕະນະ​ລາຊະ​ສຸດາໄດ້​ໄປ​ຢ້ຽມຢາມ​ຈີນ​ 30 ​ເທື່ອ, ​ແລະ​ຍຶດໝັ້ນ​ຮຽນ​ພາສາ​ຈີນ​ແລະ​ວັດທະນະທຳ​ຈີນ​, ບໍ່ພ​ຽງ​ແຕ່​ສາມາດ​ສື່ສານ​ດ້ວຍ​ພາສາ​ຈີນ​ຢ່າງຫຼ່ຽນ​ໄຫຼ, ຍັງ​ເຄີຍ​ແປ​ກາບກອນ​ແລະ​ວັນນະຄະດີ​ຈີນ​ເປັນ​ພາສາ​ໄທອີກ, ​ໄດ້​ປະກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນເຂົ້າ​ໃນ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ໄທ, ​ແມ່ນ​ທູດ​ມິດຕະພາບ​ທີ່​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ໄທ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.



1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ