ອາຊ​ຽນຈະຂຸ້ນ​ຂ້ຽວ​ຂົນ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ​ປະ​ຊາ​ຊົນ​ມຽນ​ມາ​ທີ່​ປະສົບ​ໄພ​ລົມ​ພາ​ຍຸ

(GMT+08:00) 2010-03-08 17:06:53     cri
ຕາມ​ຂ່າວ CRI: ວັນ​ທີ 7 ມີ​ນາ​ນີ້, ທ່ານສຸລິນ ພິດ​ຊຸວັນ, ​ເລຂາທິການ​ໃຫຍ່​ອາຊຽນກ່າວ​ວ່າ, ອາຊ​ຽນຈະຂຸ້ນ​ຂ້ຽວ​ຂົນ​ສົ່ງວັດຖຸ, ​ເພື່ອ​ສຳ​ເລັດ​ວຽກ​ງານ​ຊ່ວຍ​ເຫຼືອດ້ານມະນຸດສະທຳ​ຕໍ່​ໄພ​ລົມພາຍຸ​ຂອງ​ມຽນມາ, ​ແລະ​ມອບ​ໜ້າ​ທີ່​ສ້າງສາ​ຄືນ​ໃໝ່ຫຼັງ​ໄພ​ໃຫ້​ລັດຖະບານ​ມຽນມາ.

ມື້​ດຽວ​ກັນ, ກອງ​ປະຊຸມ​ໜ່ວຍ​ງານ​ມະນຸດສະທຳ​ອາຊ​ຽນ​ເທື່ອ​ທີ 7 ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ນະຄອນ​ຫຼວງຫວຽດນາມ. ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ປະຊຸມ, ທ່ານສຸລິນກ່າວ​ວ່າ, ​ເຖິງ​ວ່າ​ໜ່ວຍ​ງານ​ມະນຸດສະທຳ​ອາຊ​ຽນຈະ​ສິ້ນ​ສຸດ​ວຽກ​ງານ​ຢູ່​ມຽນມາ​ໃນ​ເດືອນ​ກໍລະກົດ​ປີ​ນີ້, ​ແຕ່​​ເວົ້າ​ສຳລັບ​ປະຊາຊົນທີ່​ປະສົບ​ໄພ​ລົມພາຍຸ​ແລ້ວ, ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຍັງ​ຕ້ອງ​ດຳ​ເນີນ​ເປັນ​ເວລາຫຼາຍປີ.

ເດືອນ​ພຶດສະພາ​ປີ 2008, ມຽນມາ​ໄດ້​ປະສົບ​ໄພ​ລົມພາຍຸ​ນາ​ກິດ​, ປະຊາຊົນ​ເສ​ຍຊີວິດແລະ​ຫາຍ​ສາບ​ສູນຫຼາຍກວ່າ 1 ​ແສນ 3 ໝື່ນ​ຄົນ, ​ແລະ​ໄດ້ຮັບຜົນ​ກະທົບ​ຢ່າງ​ໜັກ​ໜ່ວງ​ອີກ 2 ລ້ານ 4 ​ແສນ​ກວ່າ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ