ນາຍົກ​ລັດຖະມົນຕີ​ໄທ​ປະກາ​ດວ່າ,ຍົກ​ເລີກ​ການ​ຢ້ຽມຢາມ​ອົສຕຼາລີ

(GMT+08:00) 2010-03-08 17:43:27     cri

ຕາມ​ຂ່າວສານ​ຊິນຮວາ,ວັນ​ທີ8​ມີນາ​ນີ້,ທ່ານ​ອະພິສິດ​ເວດ​ຊາ​ຊີ​ຊະ,ນາຍົກລັດ​ຖະມົນ​ຕີ​ໄທ​ປະກາດ​ວ່າ, ທ່ານ​ຍົກ​ເລີກ​ແຜນ​ການ​ຢ້ຽມ​ຢາມອົສຕຼາລີ​ທີ່​ໃນ​ວັນ​ທີ13​ຫາ​ວັນ​ທີ17​ມິ​ນາ​ນີ້​ເພື່ອຢູ່​ໄທ​ແກ້​ໄຂ​ງານ​ໂຮມ​ຊຸມນຸມ​ຕໍ່ຕ້ານ​ລັດ​ຖະບານ​ຂະໜາດ​ໃຫຍ່ທີ່​ຈັດ​ໂດຍກຸ່ມ​ເສື້ອ​ແດງທີ່​ສະ​ໜັບສະ​ໜູນ​ທັກ​ຊີ​ນ ຊິນນະ​ວັດ,ອະດີດ​ນາ​ຍົກ​ລັດ​ຖະມົນຕີ​ໃນ​ກາງ​ເດືອນມີນານີ້.

ກຸ່ມ​ເສື້ອ​ແດງ​ມີ​ແຜນ​ຈະ​ຮຽກ​ຮ້ອງ​ຜູ້​ສະໜັບສະໜູນ​ໃນ​ທົ່ວ​ປະ​ເທດ​ເລີ່​ມ​ເຕົ້າ​ໂຮມ​ຢູ່​ບາງ​ກອກ​ແຕ່​ວັນ​ທີ12​ມີນາ​ນີ້​ເປັນ​ຕົ້ນ​ໄປ​ແລະຈະ​ຈັດ​ງານ​ໂຮມ​ຊຸມນຸມ ລ້ານ​ຄົນ​ໃນ​ວັນ​ທີ14​ມິ​ນາ​ນີ້,ຮຽກ​ຮ້ອງ​ໃຫ້​ຍຸບສະພາ​ຜູ້ແທນ​ລາຊະ​ດອນ,ຈັດການ​ເລືອກ​ຕັ້ງ​ໃໝ່.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ