ຫວຽດນາມ​​ໄດ້​ເຊັນ​ສັນ​​ຍາ​ສົ່ງອອ​ກກາ​​ເຟ​5​​ແສນ​ໂຕນ​ໃນ2​ເດືອນ​​ຕົ້ນ​ປີນີ້

(GMT+08:00) 2010-03-08 18:48:15     cri
ຕາມ​ຂ່າ​ວສານ​ຊິນ​ຫວາ: ຕາມ​ສະ​​ຖິຕິ​ຫຼ້າ​ສຸດ​ຈາກ​ກົມ​ປູກ​​​​​ຝັງ​ກະຊວງ​ພັດທະນາ​ກະສິກຳ​ແລະ​ຊົນ​ນະ​ບົດ​​ຫວຽດນາມ​ວ່າ,​ໃນ2​ເດືອນ​​ຕົ້ນ​ປີ​ນີ້, ວິ​ສາ​ຫະກິດສົ່ງອອກ​ກາ​​ເຟຕ່າງ​ໆຂອງຫວຽດນາມ​​ໄດ້​ເຊັນ​ສັນ​​ຍາ​ສົ່ງ​ອອ​ກກາ​​ເຟ​5​​​​​​ແສນ​ໂຕນ​,​ ນັບມາ​ຮອດ​ປະ​ຈຸ​ບັນ​ນີ້ໄດ້ສົ່ງອອ​ກ2ແສນ​ໂຕນ​ແລ້ວ.

ປີ​ນີ້,ລາ​ຄາກາ​​ເຟ​ຂອງຫວຽດນາມທີ່​​ສົ່ງ​ອອ​ກ​​​ໄດ້ຫຼຸດລົງ15%ຫາ25%ເມື່ອ​ທຽບ​ໃສ່​​ໄລຍ​ະດຽວ​ກັນ​ຂອງປີ​ກາຍ​ນີ້,​ແຕ່​ປະ​ຈຸ​ບັນ​, ​ກາ​​ເຟ​ໃນ​ສາງ​ຂອງ​ຊາວ​ປູກ​ກາ​ເຟຫວຽດນາມຍັງ​ມີ5ແສນ​ຫາ6ແສນໂຕນ(ລ​ວມ​ທັງກາ​​ເຟ​ໃນ​ສາງ​ປີ​ກາຍ),ສະ​ນັ້ນ,ສະມາຄົມກາ​​ເຟ​​​​ກົກ​ກ້ອກຫວຽດນາມແລະບໍ​ລິ​ສັດ​ກາ​​ເຟຫວຽດນາມ​​ສະ​​ເໜີລັດ​ຖະບານ​​ໃຫ້ລັດຊື້​ກາ​​ເຟ​2​ແສນ​​ໂຕນ​ເພື່ອຫຼີກ​ເວັ້ນລາ​ຄາກາ​​ເຟ​ສືບ​ຕໍ່ຕໍ່າລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ