ກຳ​ປັ່ນ​ຮົບ​ຂອງ​ສິງກະ​ໂປ​ຢ້ຽມຢາມ​ນະຄອນ​ຊຽງ​ໄຮ

(GMT+08:00) 2010-03-09 10:57:07     cri

ຕາມ​ຂ່າວ​ຈາກ​ຂ່າວສານ​ຈີນ:ວັນ​ທີ 8 ມີນາ​ນີ້,ກຳ​ປັ່ນ​ຮົບ​ຍົກ​ພົນ​ຂຶ້ນ​ບົກ​ທີ່​ມີ​ລົດ​ຕັງ​ຂອງກອງທັບ​ເຮືອ​ສິງກະ​ໂປຊື່ວ່າ ຈ່ຽນຊື ​ໄດ້​ເດີນ​ທາງ​ໄປ​ຮອດ​ທ່າ​ກຳ​ປັ່ນ​ກອງທັບ​ເຮືອ​ຈີນ​ຢູ່​ນະຄອນ​ຊຽງ​ໄຮ,​ເລີ່​ມຢ້ຽມຢາມ​ຊຽງ​ໄຮ​ເປັນ​ເວລາ 5 ວັນ.

ຂ່າວ​ແຈ້ງວ່ານາຍ​ແລະ​ພົນທະຫານ​ສິງກະ​ໂປ​​ໃນ​ກຳ​ປັ່ນດັ່ງກ່າວ​ມີ 170 ກວ່າຄົນ.​ໃນ​ໄລຍະ​ຢ້ຽມຢາມ, ທະຫານ​ຈີນ​ແລະ​ສິງ​ກະ​ໂປ​ຈະພົບ​ປະ​ແລກປ່ຽນ​ກັນ,​ແລະ​ຍັງ​ຈະ​ໄປ​ຊົມເຂດ​ສວນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ.

ກຳ​ປັ່ນ​ຍົກ​ພົນ​ຂຶ້ນ​ບົກ​"ຈ່ຽນຊື"ຂອງກອງທັບ​ເຮືອ​ສິງກະ​ໂປ​ເລີ່​ມ​ເຂົ້າ​ປະຈຳການ​ມາ​ແຕ່​ປີ 1999, ​ເດືອນ​​ເມສາ​ປີ 2009,​ເຄີຍ​ເຂົ້າຮ່ວມ​ການຕໍ່ຕ້ານ​ໂຈນ​ສະຫລັດ​ຢູ່​ອ່າວ​ອາ​ເຕັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ