ມຽນມາ​ປະ​ກາດ "ກົດ​ໝາຍ​ວ່າ​ດ້ວຍ​ຄະນະ​ກຳ​ມະ​ການ​ເລືອກ​ຕັ້ງ​ຂອງ​ສະ​ຫະ​ພາບ"

(GMT+08:00) 2010-03-09 16:51:29     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 9 ມີນາ​ນີ້, ໜັງສື​ພິມທາງ​ການຂອງ​ມຽນມາ​ໄດ້​ພິມ "ກົດໝາຍວ່າ​ດ້ວຍ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຂອງ​ສະຫະພາບ" ທີ່​ຄະນະ​ກຳມະການ​ສັນຕິພາບ​ແລະພັດທະນາ​ແຫ່ງ​ລັດ​ມຽນມາປະກາດ​ໃຊ້.

ຄະນະ​ກຳມະການ​ເລືອກ​ຕັ້ງ​ຂອງ​ສະຫະພາບ​ທີ່​ສ້າງ​ຂຶ້ນ​ໂດຍ​ອີງ​ຕາມ​ກົດໝາຍ​ສະບັບ​ນີ້, ຈະ​ຮັບ​ຜິດ​ຊອບ​ຈັດ​ຕັ້ງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຂັ້ນ​ຕ່າງໆ, ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ທົ່ວ​ປະ​ເທດ. ຄະນະ​ກຳມະການ​ນີ້​ຍັງ​ມີ​ສິດ​ປະກາດ​ຂໍ້​ກຳນົດ, ກົດ​ລະບຽບ​ແລະ​ຄຳ​ສັ່ງກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ແລະ​ການ​ຂຶ້ນ​ທະບຽນ​ຂອງພັກ​ການ​ເມືອງ. ກົດໝາຍ​ດັ່ງກ່າວ​ກຳນົດ​ວ່າ, ປະທານ​ແລະ​ສະມາຊິກ​ຂອງ​ຄະນະ​ກຳ​ມະ​ການ​ເລືອ​ກຕັ້ງ​ຂອງ​ສະຫະພາບ​ຢ່າງໜ້ອຍ​ປະກອບ​ດ້ວຍ 5 ທ່ານ​ທີ່ແມ່ນ​ບຸກຄົນ​ທີ່​ບໍ່​​ສັງກັດ, ​ແລະ​ຕ້ອງ​ແມ່ນ​ບຸກຄົນ​ທີ່​ບໍລິສຸດ​ສັດ​ຊື່​ສຽງທີ່​ສື່​ສັດ​ຕໍ່​ລັດ​ແລະ​ປະຊາຊົນ, ​​ແລະ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ຄະນະ​ກຳມະການ​ສັນຕິພາບ​ແລະ​ພັດທະນາ​ແຫ່ງ​ລັດ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ລັດຖະບານ​ມຽນມາ​ປະກາດ​ວ່າ, ອີງ​ຕາມ​ແຜນການ​ປະຊາທິປະ​ໄຕ 7 ​ຂໍ້, ມຽນມາ​ຈະ​ຈັດການ​ເລືອ​ກຕັ້ງ​ທົ່ວ​ໄປ​​ແບບ​ຫຼາຍພັກ​​ໃນ​ທົ່ວ​ປະ​ເທດພາຍ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ