ຜູ້​ຕ້ອງ​ສົງ​ໄສ​ສຳຄັນ​ທີ່​ວາງ​ລະ​ເບີດ​ຢູ່ເກາະ​ບາ​ຫຼີຖືກ​ຍິງ​ຕາຍ

(GMT+08:00) 2010-03-09 16:57:07     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 9 ມີນາ​ນີ້,ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ມື້​ດຽວ​ກັນ,ຕຳຫຼວດຕ້ານ​ການ​ກໍ່​ການ​ຮ້າຍຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຍິງທ້າວດູນມາຕີ​ນ,ຜູ້​ຊ່ຽວຊານດ້ານ​ລູກ​ລະ​ເບີດ​ຂອງກຸ່ມ"​​ເຈ​ມາ ອິສລາ​ມີ​ຢາ"​​ເສຍ​ຊີວິດ​ຢູ່​ຊານ​ເມືອງ​ຈາ​ກາກ​ຕາ,​ຊຶ່ງຜູ້ກ່ຽວເປັນຜູ້​ຕ້ອງ​ສົງ​ໄສ​ສຳຄັນ​ທີ່​ວາງ​ລະ​ເບີດ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2002.

ວັນ​ທີ 12 ຕຸລາ​ປີ 2002,ຢູ່​ເກາະ​ບາ​ຫຼີ,​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ອິນ​ໂດ​ເນ​ເຊຍ,​ໄດ້​ເກີດ​ເຫດການ​ລະ​ເບີດ​​ແບບ​ກໍ່​ການຮ້າຍ​ທີ່​ເຮັດ​ໃຫ້ທົ່ວ​ໂລກ​ຕື່ນ​ຕົກ​ໃຈ,​​ຊຶ່ງ​ມີ 202 ຄົນ​ເສຍ​ຊີວິດ​ແລະ 330 ກວ່າ​ຄົນ​ບາດ​ເຈັບ,​ໃນ​ນັ້ນ,ສ່ວນ​ຫຼາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ. ທ້າວດູ​ນມາຕີ​ນທີ່​ເຄີຍ​ຮັບ​ການຝຶກ​ອົບຮົມ​ຈາກກຸ່ມ​ອານ​ໄຄ​ດາ​ຢູ່​ອັຟກາ​ນິສະຖານ​ຖືເປັນ​ຜູ້​ຕ້ອງ​ສົງ​​ໄສ​ທີ່​ສຳຄັນ​ໃນ​ຄະດີ​ລະ​ເບີດ​ດັ່ງກ່າວ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ