ໄທ​ອະ​ນຸມັດ​ແລະ​ປະຕິບັດກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທດ

(GMT+08:00) 2010-03-09 18:09:40     cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ9​ມິ​ນາ​ນີ້,ລັດຖະບານ​ໄທ​ໄດ້​ອະນຸມັດ​ແລະປະຕິບັດກົດ​ໝາຍວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທ​ດຢູ່​ນະຄອນຫລວງ​ບາງກອກ​ແລະ​ບາງ​ເຂດ​ອ້ອມ​ຂ້າງ,​ເພື່ອ​​ຮັບ​ມື​ກັບ​ງານ​ໂຮ​ນນຸມຊຸ​ມຕໍ່ຕ້ານ​ລັດຖະບານ​ຢ່າງຂະໜາດ​ໃຫຍ່​ທີ່​ຈັດ​ໂດຍ​ກຸ່ມ​ເສື້ອ​ແດງທີ່​ສະໜັບສະ​ໜູນ​ທັກ​ຊີ​ນ ຊິນນະ​ວັດ,ອະດີດ​ນາ​ຍົກ​ລັດ​ຖະມົນຕີ​ໃນ​ກາງ​ເດືອນມີນານີ້.

ຂ່າວ​ສານ​ໄທ​ລາຍ​ງານ​ວ່າ,ບາງກອກ​ແລະຈັງຫວັດນົນ​ທະບຸລີ​ຈະ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປ​ະ​ເທດ​ຢ່າງຮອບດ້ານ​ແຕ່ວັນ​ທີ11​ຫາ​ວັນ​ທີ23​ມິ​ນາ​ນີ້,ນອກ​ນີ້,ບາງ​ເຂດ​ຂອງ6​ຈັງຫວັດ​ອ້ອມ​ຂ້າງ​ກໍ່​ປະຕິບັດ​ກົດໝາຍ​ນີ້.

ອີງ​ໃສ່​ກົດໝາຍນີ້,ຜູ້​ສະໜັບສະໜູນ​ຂອງ​ກຸ່ມ​ເສື້ອ​ແດງ​ເກີດ​ເຫດການ​ກໍາລັງ​ຮຸນ​ແຮງ​ໃນເວລາ​ແຫ່​ຂະ​ບວນ,ກອງ​ບັນຊາ​ການ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທດ​ຂອງ​ພາກ​ສ່ວນ​ຄວາມ​ໝັ້ນຄົງ​ສູງ​ສຸດ​ໄທມີ​ສິດຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ​ແລະ​ຕັ້ງ​ບ່ອນກວດກາ​ແລະ​ຈໍາ​ກັດ​ການເຄື່ອນ​​ໄຫວ​ຂອງ​ຜູ້​ແຫ່ຂະ​ບວນ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ