ບໍລິສັດ​ການບິນຕາ​ເວັນອອກ​ຈີນຈະ​ເປີດຖ້ຽວ​ບິນຈາກ​ນະຄອນ​ຫນານກິ່ງ​ຈີນໄປສິງ​ກະ​ໂປ

(GMT+08:00) 2010-03-09 19:40:37     cri

ຕາມຂ່າ​ວຊິນຫວາ:ບໍ​ລິ​ສັດການບິ​ນ​ຕາ​ເວັນ​ອອກ​ຈີນ​ຈະ​ເປີດຖ້ຽວບິ​ນ​ຈາກ​ນະ​ຄອນ​ຫນານ​ກິ່ງ​ຈີ​ນ​ໄປ​ສິງກະ​ໂປນັບ​ແຕ່​ວັນ​ທີ20ມີນາ​ນີ້​ເປັນ​ຕົ້ນ​ໄປ.

ຖ້ຽວບິນ​ດັ່ງກ່າວ​ອາ​ທິດຫນຶ່ງ​ບິນ​ສາມ​ເທື່ອ​ຄື​ວັນ​ຈັນ,ວັນ​ພະຫັດ​ແລະ​ວັນ​ເສົາ​ຜູ້ຮັບ​ພິດຊອບ​ສາຂາ​ແຂວງ​ຈ່ຽງຊູ່ບໍລິສັດ​ການບິນຕາ​ເວັນອອກ​ຈີນກ່າວ​ວ່າ, ຖ້ຽວບິ​ນດັ່ງ​ກ່າວ​ຈະ​ຂຸກ​ຍູ້​ການ​ໄປ​ມາ​ຫາ​ສູ່ກັນ​ດ້ານ​ການ​ຄ້າ​ແລະ​ການທ່ອງ​ທ່ຽວລະ​ຫວ່າງແຂວງ​ຈ່ຽງຊູ່ຈີນ​ກັບສິງກະ​ໂປ,ຈະ​ຊັກ​ຈູງ​ການ​ແລກປ່ຽນ​ແລະ​ການ​ພັດ​ທະນາ​ຂອງ​ສອງ​ເຂດ​ໃນ​ຂົງ​ເຂ​ດສັງ​ຄົມ,​ເສດຖະກິດ​ແລະ​ວັດທະນາ​ທໍາ

ແຂວງ​ຈ່ຽງຊູ່​ແລະ​ສິງກະ​ໂປ​ມີການ​ພົວພັນ​ແລະ​ການຮ່ວມມື​ຢູ່​ໃນຂົງ​ເຂ​ດ​ເສດຖະກິດ​,​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະວັດທະນາ​ທໍາມາ​ດົນ​ນານ,​ໂຄງການຮ່ວມມື​ໃຫຍ່​ກວ່າ​ຫມູ່​ລະ​ຫວ່າງ​ລັດຖະບັນ​ສອງ​ປະ​ເທດ​ຄືສວນ​ອຸດ​ສາ​ຫະກໍາ​ຊູ່​ໂຈ່ກໍ່​ໄດ້​ຕັ້ງ​ຢູ່​ແຂວງ​ຈ່ຽງຊູ່.ປະຈຸ​ບັນ​ນີ້,ຈີນ​-ສິງກະ​ໂປຍັງ​ຮ່ວມມືສ້າງ​ໂຄງການ​ເກາະ​ເຕັກ​ນິກຊີ​ວະ​ພາບ​ໃຫມ່ຈີນ​-ສິງກະ​ໂປແລະ​ສວນ​ອຸດ​ສາ​ຫະກໍາ​ຊູ່​ທົ່ງ​ຢູ່ນະຄອນ​ຫນານກິ່ງ​ແລະຫນານ​ທົ່ງ​ແຂວງ​ຈ່ຽງຊູ່

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ