ປະ​ທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ໄປ​ຢ້ຽມຢາມ​ອົສຕຼາລີ

(GMT+08:00) 2010-03-09 19:46:43     cri
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ9ມີນາ​ນີ້, ທ່ານ​ຊຸ​ຊິ​ໂລ ບຳບັງ ຢູ​ໂຮ​ຢູ​ໂນ​ປະ​ທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ໄດ້​ໄປ​ຮອດນ​ະຄອນ​ແຄນ​ເບ​ຣາ,​ແລະ​ເລີ່​ມຢ້ຽມຢາມ​ອົສຕຼາລີ​ເປັນ​ເວລາ3​ມື້.
ໃນ​ໄລຍະ​ຢ້ຽມຢາມ​ຄັ້ງ​ນີ້,ທ່ານ​ຊຸ​ຊິ​ໂລ​ແລະ​ທ່າ​ນເຄີວິນ​ລູດ​ນາ​ຍົກ​ລັດ​ຖະ​ມົນຕີອົສຕຼາລີ​ຈະ​ຈັດ​ການ​ເຈ​ລ​ະຈາ​ກ່ຽວ​ກັບ​ບັນຫາ​ທີ່​ທັງ​ສອງ​ຝ່າຍສົນ​ໃຈ​ຮ່ວມ​ກັນຄື:ການ​ຄ້າຂາຍ​ມະນຸດ,ການຍົກ​ເລີກການ​ເຕືອນ​ນັກ​ທ່ອງ​ທ່ຽວ​ອົສຕຼາລີ​ທີ່​ຢາກ​​ໄປ​ທ່ຽວ​ຢູ່ອິນ​ໂດ​ເນ​ເຊຍແລ​ະອື່ນໆ.​ຄາດ​ວ່າ,ສອງ​ຝ່າຍຈະ​ເຊັນ​ສັນຍາ​ກ່ຽວ​ກັບ​ຮ່ວມ​ກັນ​ຕ້ານ​ການຄ້າຂາຍ​ມະນຸດ.
ເດືອນ​ຕຸລາປີ2002,ຢູ່​ເກາ​ະບາຫຼີ​ອິນ​ໂດ​ເນ​ເຊຍໄດ້​ເກີ​ດ​ເຫ​ດການລະ​ເບີດແບບ​ກໍ່ການ​ຮ້າຍ,​ໄດ້​ເຮັດ​ໃຫ້​ປະຊາຊົນ​ອົສຕຼາລີ88ຄົນເສຍ​ຊີ​ດ.ຫຼັງຈາກ​ນັ້ນ​ກະຊວງ​ການ​ຕ່າງປະ​ເທດ​ອົສຕຼາລີ​ໄດ້​ເຕືອນ​ປະຊາຊົນ​ອົສຕຼາລີຢ່າ​ໄປທ່ຽວອິນ​ໂດ​ເນ​ເຊ​ໂດຍ​ສະ​ເພາ​ະ​ແມ່ນ ເກາ​ະບາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ