ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ອົສ​ຕຣາ​ລີ

(GMT+08:00) 2010-03-10 17:42:40     cri
ຕາມ​ຂ່າວCRI ​ທ່ານ​ຊຸ​ຊິໂລ ບຳບັງ ຢູ​ໂດ​ຢູ​ໂນປະທານາທິບໍດີ​ອິນ​ໂດ​ເນ​ເຊຍທີ່ພວມ ຢ້ຽມຢາມ​ອົສຕຣາລີໄດ້​ກ່າວ​ຄຳ​ປາ​ໄສໃນ​ ລັດຖະສະພາອົສຕຣາລີໃນ​ຕອນ​ບ່າຍ​ຂອງ​ວັນ​ທີ10.

ທ່ານ​ຊຸ​ຊິໂລ​ກ່າວ​ວ່າ ການ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານແບບ​ສ້າງສັນ ກັບ​ອົສຕຣາລີ​ນັ້ນ​ເປັນ​ຫນຶ່ງ​ໃນ​ຈຸດ​ຫມາຍ​ຕົ້ນ​ຕໍ​ຂອງ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ

ທ່ານ​ຊຸ​ຊິ​ໂລ​​ແມ່ນ​ປະທານາທິບໍດີ​ຜູ້​ທຳ​ອິດ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ໄດ້​ກ່າວ​ຄຳ​ປາ​​ໄສ​​ໃນ​ລັດຖະສະພາ​ ອົສຕຣາລີ ພ້ອມ​ດຽວກັນ​ນີ້ ທ່ານ​ກໍ​ແມ່ນ​ຜູ້​ນຳ​ຕ່າງ​ປະ​ເທດ​ຜູ້​ທີ5​ທີ່​ໄດ້​ຮັບ​ກຽດ​ກ່າວ​ຄຳ​ປາ​ໄສ ​ໃນ​ລັດຖະສະພາ​ອົສຕຣາລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ