ມຽນມາ​ປະກາດ​ໃຊ້​ກົດໝາຍ​ສະບັບ​​ໃໝ່​ຫ້າມ​ບໍ່​ໃຫ້ພັກ​ການ​ເມືອງທີ່​ບໍ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄົງ​ຕົວ​ຢູ່​ຕໍ່​ໄປ

(GMT+08:00) 2010-03-10 18:50:45     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 10 ມີນາ​ນີ້,ໜັງສືພິມ​ທາງ​ການ​ຂອງ​ມຽນມາ​​ໄດ້​ພິມ​ເນື້ອ​ໃນ​ລະອຽດ​ຂອງ《ກົດໝາຍ​ວ່າ​ດ້ວຍ​ການ​ຈົດ​ທະບຽນ​ພັກ​ການ​ເມືອງ》ທີ່​ປະກາດໃຊ້​ໃໝ່.ກົດໝາຍ​ສະບັບ​ໃໝ່ລະບຸ​​ໄວ້​ວ່າ,ບໍ່​ໃຫ້ພັກ​ການ​ເມືອງ​ທີ່​ບໍ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປຄົງ​ຕົວຢູ່​ຕໍ່​ໄປຢ່າງ​ຖືກກົດໝາຍອີກ.

ຂໍ້​ກຳນົດໃນ​ກົດໝາຍ​ດັ່ງກ່າວ​ຊີ້​ອອກ​ວ່າ,ຖ້າ​ພັກ​ການ​ເມືອງ​ໃດ​ບໍ່ສະ​ເໜີລາຍ​ຊື່​ຜູ້​ສະ​ໝັກ​ຮັບເລືອກ​ຕັ້ງ 3 ຄົນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ສະມາຊິກ​ສະພາສະຫະພາບ​ຫຼື​ສະມາຊິກ​ສະພາ​ຂັ້ນ​ແຂວງ,ກໍ່​ຈະ​ບໍ່​​ໃຫ້ພັກ​ການ​ເມືອງ​ດັ່ງກ່າວຄົງ​ຕົວຢູ່​ຕໍ່​ໄປ​ຢ່າງ​ຖືກກົດໝາຍ.

ຕາມ​ກົດໝາຍ​ດັ່ງກ່າວ,10 ພັກ​ການ​ເມືອງ​ທີ່​ຖືກ​ກົດໝາຍ​ໃນ​ປະຈຸ​ບັນ​ເຊິ່ງລວມທັງ​ສະຫະພັນ​ປະຊາທິປະ​ໄຕ​ທົ່ວ​ປະ​ເທດ,ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ມຽນມາ,ຕ້ອງ​ຈົດ​ທະບຽນ​ຄືນ​ໃໝ່​ພາຍ​ໃນ 60 ວັນ​ຫຼັງ​ປະກາດ​ໃຊ້​ກົດໝາຍ​ດັ່ງກ່າວ,ພ້ອມ​ກັນ​ນັ້ນ,ກໍ່ສາມາດ​ສ້າງ​ພັກ​ການ​ເມືອງ​ໃໝ່​ຕາມ​ກົດໝາຍ​ດັ່ງກ່າວ​ໄດ້.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ