ຕາມຂ່າວCRI,ວັນທີ10ມີນານີ້,ທ່ານຫວຽນວັນເທີ,ເອກອັກຄະລັດຖະທູດຫວຽດນາມປະຈໍາຈີນໄດ້ຢ້ຽມຢາມCRI, ແລະໄດ້ປຶກສາຫາລືກັບທ່ານວາງເກີ່ງນຽນ,ຫົວໜ້າCRIກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນສອງຝ່າຍ.
ທ່ານຫວຽນວັນເທີກ່າວວ່າ,ປີນີ້ແມ່ນຫວຽດນາມແລະຈີນສ້າງສາຍພົວພັນທາງການທູດຄົບຮອບ60ປີ,ກໍ່ແມ່ນປີມິດຕະພາບຫວຽດຈີນ.ທ່ານຫວັງວ່າ, CRIແລະວິທະຍຸສຽງຫວຽດນາມຈະປະຕິບັດຄວາມຮັບຮູ້ຄືກັນທີ່ສອງຝ່າຍຕົກລົງກັນຕື່ມອີກ,ເພີ່ມທະວີການໂຄສະນາການພົວພັນມິດຕະພາບສອງຝ່າຍ,ເພີ່ມທະວີຄວາມເຂົ້າໃຈກັນແລະມິດຕະພາບລະຫວ່າງປະຊາຊົນສອງຊາດ.
ທ່ານວາງເກີ່ງນຽນກ່າວວ່າ,ປີນີ້,CRIຈະຈັດກິດຈະກໍາຕ່າງໆເຊັ່ນ,ການຢ້ຽມຢາມມິດຕະພາບຈີນຫວຽດນາມ,ການອອກອາກາດພາກຫວຽດນາມຂອງCRI ຄົບຮອບ60ປີແລະອື່ນໆ,ເພື່ອລົງເລິກການພົວພັນມິດຕະພາບລະຫວ່າງຈີນຫວຽດ.