ອົດສ​ຕາ​ລີ​ກັບ​ອິນ​ດູ​ເນ​ເຊຍ​ຮ່ວມ​ມື​ຕ້ານ​ການ​ຄ້າ​ມະ​ນຸດ

(GMT+08:00) 2010-03-10 19:19:39     cri
ຕາມ​ຂ່າວ​CRI:​ອົດສຕາ​ລີກັບ​ອິນ​ດູ​ເນ​​ເຊຍ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ການຮ່ວມມື​ຕ້ານ​ການ​ຄ້າ​ມະນຸ​ດ​ໃນ​ວັນ​ທີ10​ມີນາ​ນີ້.

ທ່ານ​​ເຄວິນ​ລູດນາຍົກ​ລັດ​ຖະ​ມົນຕີ​ອົດສຕາ​ລີ​ກັບ​ທ່ານ​ຊູຊີໂລ​ບຳບັງ​ຢູ່​ດິ​ໂນ​ໂຍ, ປະທາ​ນາ​ທິບໍ​ດີ​ອິນ​ດູ​ເນ​ເຊຍ​ເຊິງ​ມາ​ຢ້ຽມຢາມ​ອົດສຕາ​ລີ​ໄດ້​ພົບປະ​ແລະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວກັບ​ບັນຫາ​ຄວາມ​ປອດ​ໄພ​ແລະ​ການ​ປະຕິ​ປັດ​ກົດ​ຫມາຍ,​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ,​ການ​ຮ່ວມມື​ດ້ານ​ການ​ທະຫານ​ແລະ​ອາຊະ​ຍາກຳ​ຂ້າມ​ຊາດ.​ສອງ​ຝ່າ​ຍຍັງ​ໄດ້​ຮ່ວມກັນ​ປະ​ກາ​ດສັນ​ຍາ​ດັ່ງ​ກ່າວ.ສອງ​ປະ​ເທດໄດ້​ຕົກລົງ​ເພີ່ມ​ທະວີ​ການຮ່ວມມື​ດ້ານ​ການນຳ​ໃຊ້​ມາດ​ຕະ​ການ​ເພື່ອ​ຂັດ​ຂວາງ​ແລະ​ປ້ອງກັນ​ການ​ລັກລອຍ​ຂ້າມ​ຊາຍ​ແດ​ນທີ່​ມີ​ການຈັດ​ຕັ້ງທີ່​ປະ​ເທດ​ທີ່​ສາ​ມໃຊ້ອິນ​ດູ​ເນ​​ເຊຍ​ເປັນ​ບ່ອນ​ຜ່ານ​ເພື່ອ​ໄປ​ອົດສຕາ​ລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ