ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ ມູນ​ຄ່າ​ການ​ຄ້າ​ຈີນ​ອາ​ຊຽນ​ເພີ່ມ​66%

(GMT+08:00) 2010-03-10 19:21:14     cri
ຕາມ​ຂ່າວcri :ວັນ​ທີ10​ມີນາ​ນີ້,ກົມ​ໃຫຍ່​ພາສີ​ຈີນ​ໄດ້​ປະກາດ​ຕົວ​ເລ​ກ​ໃຫ້​ຮູ້​ວ່າ,​ໂດຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນທີ່​ເລີ່ມຕົ້ນ​ຢ່າງ​ເປັນ​ທາງ​ການ,​ໃນ​ເດືອນ​ມັງກອນ​ຫາ​ເດືອນ​ກຸມພານີ້ ຈັງ​ຫວະ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​​ຈີນ​ອາ​ຊຽນ​ໄດ້ສູງ​ເຖິງ66%.

ບົດ​ລາຍ​ງານ​ສະບັບ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເດືອນ​ກຸມພາ​ຂອງ​ປີ​ນີ້,ຍອດ​ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຂອງຈີນ​ແມ່ນ181​ຕື້430​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ45,2%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້,​​ແລະເພີ່ມ​ຂຶ້ນ9%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2008​ກ່ອນ​​ເກີດວິ​ກິດ​ການ​ການ​ເງິນ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ