ທ່ານ​ຫວຽນ​ວັນ​ເທີ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຈີນ​ ຕີ​ລາ​ຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ທີ່​ລັດ​ຖະ​ບານ​ຈີນ​ຍາດ​ມາ​ໄດ້

(GMT+08:00) 2010-03-10 19:42:43     cri

ຕາມ​ຂ່າວCRI:​​ໃນ​ວັນ​ທີ10​ມີນາ​ນີ້ ທ່ານ​ຫວຽດວັນ​​ເທີ ​ເອກ​ອັກ​ຄະ​ລັດ​ຖະທູດ​ຫວຽດນາມ​ປະຈຳ​ຈີນ​​ມາ​ຢ້ຽມຢາມ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ.​ໃນ​ໂອກາ​ອ​ສອງ​ສະພາ​ຂອງ​ຈີນ​ພວມ​ຈັດ​ກອງ​ປະ​ຊຸມ​ປະ​ຈຳປີ ທ່ານ​ຫວຽນວັນ​​ເທີ​ອວຍພອນ​ໃຫ້​ກອງ​ປະຊຸມ​ດັ່ງ​ກ່າ​ວນີ້​ປະສົບ​ຜົນສຳ​ເລັດ​ແລະ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ທີ່​ລັດຖະບານ​ຈີນ​ຍາດ​ມາ​ໄດ້​ໃນ​ຊຸມ​ປີ​ມາ​ນີ້

ທ່ານ​ຫວຽນ​ວັນ​ເທີ ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ນຳການ​ດັດ​ແກ້​ກົດຫມາຍ​ວ່າ​ດ້ວຍ​ການ​ເລືອ​ກຕັ້ງ ​ເພີ່ນຍັງ​​ໄດ້​ຮັບ​ຮູ້​ວ່າ​ມີ​ມາດຕາຂໍ້​ຫນຶ່ງ​ໃນ​ກົດຫມາຍ​ວ່າ​ດ້ວຍ​ການ​ເລືອ​ກຕັ້ງທີ່​ດັດ​ແກ້​ໃຫມ່​ໄດ້​ກຳນົດ​ວ່າ​ຈັດ​ບ່ອນ​ຂຽນ​ບັດ​ເລືອກ​ຕັ້ງ​ໂດຍ​ທາງ​ລັບ.​ຕໍ່​ການ​ແນະນຳຂອງ​ທ່ານ​ອວາງ​ຈາ​ວກົວ ຮອງ​ປະທານ​ສະພາ​ປະຊາຊົນ​ແຫ່ງ ຊາດ​ຈີນ ​ກ່ຽວ​ກັບ ການ​ດັດ​ແກ້​ຮ່າງ​ກົດຫມາຍ​ວ່າ​ດ້ວຍ​ການ​ເລືອ​ກຕັ້ງນັ້ນ ​ທ່ານ​ສະ​ແດງຄວາມ​ສະຫນັບ​ສະຫນົນ​​ແລະ​ຮັບຮູ້ນ​ກົດຫມາຍ​ສະບັບ​ນີ້ ທ່ານ​ໃຫ້​ຄຳ​ເຫັນ​ວ່າກາ​ນດັດ​ແກ້ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ສຳຄັນ​ອັນ​ໃຫຍ່​ຕໍ່​ການ​ເນັ້ນ​ຫນັກກ​ຄວາມ​ສະ​ເຫມີ​ພາບ​ແລະ​ລັກສະນະ​ທົ່ວ​ໄປຂອງ​ການ​ເລື​ອກຕັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ