ລັດຖະບານ​​ໄທ​ໂຕ້​ຕອບ​ຄວາມ​ເວົ້າທີ່​ບໍ່ມີ​ມູນ​ຄວາມ​ຈີ​ງກ່ຽວ​ກັບຈະ​ເກີດ​ລັດຖະປະຫານ

(GMT+08:00) 2010-03-11 16:57:19     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 11 ມີນາ​ນີ້,ທ່ານ​ປະນິທານ ວັດທະນາ​ຍາກອນ,​ໂຄສົກ​ລັດຖະບານ​ໄທ​ກ່າວ​ວ່າ,ວັນ​ທີ 14 ມີນາ​ນີ້,"ກຸ່ມ​ເສື້ອ​ແດງ"ທີ່​ສະໜັບສະ​ໜູນ​ທ່ານ​ທັກສິນ ຊິນນະ​ວັດ,ອະ​ດີດ​ນາຍົກລັດຖະມົນຕີ​ໄທຈະຈັດການ​ໂຮມຊຸມນຸມປະ​ທ້ວງ​ລັດຖະບານທີ່ຈະ​ມີ​ລ້ານ​ຄົນ​ເຂົ້າ​ຮ່ວມ​ຢູ່​ບາງກອກ,ຂ່າວລື​ກ່ຽວ​ກັບວ່າ​ກ່ອນການ​ໂຮມ​ຊຸມ​ນຸມຈະ​ເກີດການ​ລັດຖະປະຫານ​ນັ້ນ​ແມ່ນຄວາມ​ເວົ້າ​ທີ່​ບໍ່​ມີ​ມູນ​ຄວາມ​ຈີ​ງ.

ທ່ານດິດທະ​ພອນ ສາສະ​ມິດ,​ໂຄສົກ​ກອງ​ບັນຊາ​ການ​ການ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ​ໄທ​ກ່າວ​ວ່າ,ຍ້ອນ​ໄດ້​ປະຕິບັດ​ພະ​ລາຊະ​ບັນຍັດ​ຮັກສາ​ຄວາມ​ໝັ້ນຄົງ​ໃນ​ລາຊະ​ອານາຈັກ,ນັບ​ແຕ່​ຕອນ​ເຊົ້າ​ວັນ​ທີ 11 ມີນາ​ນີ້​ເປັນ​ຕົ້ນ​ມາ,ກອງທັບ​ໄທ​ຈະ​ຈັດ​ວາງກຳລັງ​ທະຫານ​ຢູ່​ບາງກອກ​ແລະ 7 ຈັງຫວັດ​ອ້ອມ​ຂ້າງ,​ແລະ​ຕັ້ງ​ສະຖາ​ນີກວດກາ.ທ່ານ​ຮຽກຮ້ອງ​ໃຫ້ປະຊາຊົນ​ຢ່າ​ເປັນຫ່ວງ​ແລະ​ຢ້ານ​ກົວຍ້ອນການ​ຈັດ​ວາງ​ທະຫານ,ກອງທັບ​ຈະບໍ່ໃຊ້​ໂອກາດ​ນີ້​ມາກໍ່​ການລັດຖະປະຫານ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ