ຜູ້​ຊ່ຽວ​ຊານ​ອິນ​ໂດ​ເນ​ເຊຍ​ຍ້ອງ​ຍໍ​ບົດ​ລາຍ​ງານ​ລັດ​ຖະ​ບານ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ

(GMT+08:00) 2010-03-11 17:31:40     cri
ຕາມ​ຂ່າວ CRI: ວັນ​ທີ 11 ມີນາ​ນີ້, ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ CRI, ທ່ານ​ຊູ​ນູ ບູດີ​ຮາ​ໂຈ, ອາຈານ​ພິ​ເສດ​ຂອງ​ຄະນະ​ສັງຄົມ​ແລະ​ການ​ເມືອງ​ຂອງ​ມະຫາ​ວິທະ​ຍາ​ໄລ​ສາສະໜາ​ກຼິສອິນ​ໂດ​ເນ​ເຊຍ​ຍ້ອງຍໍ​ບົດ​ລາຍ​ງານ ລັດຖະບານ​ທີ່​ທ່ານ​ເວີ່ນ​ເຈ່ຍປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ກ່າວ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ເທື່ອ​ທີ 3 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 11.

ທ່ານ​ຊູ​ນູກ່າວ​ວ່າ, ບົດ​ລາຍງານ​ລັດຖະບານ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ໃນ​ປີ​ນີ້​ດີຫຼາຍ. ປະຈຸ​ບັນ, ວິ​ກິດ​ການ​ເສດຖະກິດ​ໄດ້​ແຜ່​ລາມ​ຢູ່​ທົ່ວ​ໂລກ, ຈີນ​ໄດ້​ໃຊ້​ນະ​ໂຍບາຍ​ລະງັບ​ສະພາບ​ການ, ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ໄດ້​ບັນລຸ​ລະດັບ​ຄາດ​ໄວ້​ກ່ອນ. ລັດຖະບານ​ຈີນ​ຍັງ​ໄດ້​ປະຕິບັດ​ມາດ​ຕະການ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ກ່ຽວ​ພັນ​ເຖິງ​ການ​ສຶກສາ, ການ​ປະກອບ​ອາຊີບ, ​ເຮືອນ​ຢູ່​​ແລະ​ດ້ານ​ອື່ນໆ, ມາດ​ຕະການ​ເຫຼົ່ານີ້​ຂອງ​ລັດຖະບານ​ຈີນ​ດີຫຼາຍ​ແລະ​ສຳຄັນຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ