ລັດຖະ​ບານ​ໄທ​ສະໜອງ​ເງິນ​ກູ້655​ລ້ານ​ບາດ​ໃຫ້ແກ່ລາວ

(GMT+08:00) 2010-03-11 18:59:18     cri

ຕາມ​ຂ່າວCRI,ວັນ​ທີ9​ມິ​ນາ​ນີ້, ກອງ​ປະຊຸມ​ລັດຖະ​ບານໄທ​ໄດ້ອະ​ນຸມັດຍັດ​ຕິກະຊວງ​ການ​ເງິນ​ຂອງ​ໄທ​ສະໜອງ​ເງິນ​ກູ້655ລ້ານ​ບາດ​ໃຫ້​ແກ່​ລາວ,​ເພື່ອ​ຊ່ວຍ​ເຫລືອ​ລາວ​ໃນ​ດ້ານການກໍ່ສ້າງ​ແລະ​ສ້ອມ​ແປງ​ທາງ​ຫລວງ​ສໍາຄັນ​ຂອງ​ວຽງ​ຈັນ​ແລະ​ຕອນ​ທາງຢູ່​ດິນລາວ​ທີ່​ຖືກ​ໄພ​ທໍາ​ມະ​ຊາດ​ທໍາ​ລາຍຂອງ​ເສັ້ນ​ທາງຊຽງ​ລາຍ​ຫາ​ຄຸນ​ມີງຈີນ.

ໃນ​ເງິນ​ກູ້655​ລ້ານ​ບາດ​ນີ້,ຈະ​ໃຊ້​ສ້ອມ​ແປງ​ທາງ​ຫລວງ​ວຽງ​ຈັນ​ແມ່ນ250​ລ້ານບາດ,ສ້ອມ​ແປງ​ທາງ​ຫລວງວຽງ​ຈັນແລະ​ປັບປຸງ​ສະພາບ​ຄົມ​ມະນາ​ຄົມ,ເພື່ອ​ກະກຽມ​ກິດ​ຈະກໍາ​ສະຫລອງ​ການສ້າງ​ຕັ້ງວຽງຈັນ​ເປັນ​ນະຄອນ​ຫລວງ​ຄົບຮອບ​450​ປີ,ງົບປະມານ​ສ້ອມແປງ​ຕອນທາງ​ຢູ່ດິນ​ລາວຂອງ​ເສັ້ນ​ທາງ​ຊຽງ​ລາຍ​ຫາຄຸນມີງ​ແມ່ນ405ລ້ານ​ບາດ,ທາງ​ຕອນນີ້ຖືກ​ໄພ​ທໍາ​ມະ​ຊາດ​ທໍ​າລາຍ,ມີ​ຫລາຍ​ຕອນ​ຄວນ​ສ້ອມແປງ​ໃໝ່.ເງື່ອນ​ໄຂ​ທີ່​ກະຊວງ​ການ​ເງິນຂອງ​ໄທ​ສະໜອງ​ເງິ​ນກູ້​ແກ່​ລາວແມ່ນອຸປະ​ກອນ50%ຂຶ້ນ​ໄປ​ທີ່​ລາວ​ໃຊ້​ໃນ​ໂຄ​ງການຕ້ອງ​ຊື້​ນໍາໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ