ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ຈະ​ເຮັດ​ໃຫ້​ປະ​ເທດ​ຕ່າງ​ໆ​ໃນ​ເຂດ​ນີ້​ໄດ້​ຮັບ​ຜົນ​ປະ​ໂຫຍດ

(GMT+08:00) 2010-03-11 19:21:45     cri
ຕາມ​ຂ່າວcri :ວັນ​ທີ11​ມີນາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວcri,​ທ່ານ​ຊຸ​ນູ ບູດີ​ຮາດ​ໂຈ,ອາຈານ​ຂອງພະ​ແນ​ກສັງຄົມ​ແລະ​ການ​ເມືອງ​ຂອງ​ມະຫາ​ວິທະ​ຍາ​ໄລ​ສາ​ສະໜາ​ກິຼສຕຽນ​ອິນ​ໂດ​ເນ​ເຊຍ​ເວົ້າວ່າ,ຈີນ​ແລະ​ປະ​ເທດ​ຕ່າງໆ​ຂອງ​ອາຊຽນ​ລ້ວນ​ແຕ່​ສາມາດ​ໄດ້​ຮັບຜົນ​ປະ​ໂຫຍດຈາກ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ແລະ​ຄວນຈະ​ເຜີຍ​ແຜ່​ໃນ​ສັງຄົມ​ໃນ​ພາກ​ພື້ນນີ້ຢ່າງ​ກວ້າງ​ຂວາງ​ໃນ​ອະນາຄົດ.

ທ່ານ​ຊຸ​ນູ ບູດີ​ຮາດ​ຈໍ​ເຫັນ​ວ່າ,ຈີນ​ແລະ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນລ້ວນ​ແຕ່​ສາມາດ​ພັດທະ​ນການ​ຄ້າ​ຢູ່​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ແລະ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ອັນ​ດຽວ​ກັນ​ໃນ​ດ້ານ​ວັດທະ​ນະທຳ​,​ເຕັກນິກ​ແລະ​ດ້ານ​ອື່ນໆ.ຈະ​ຈັດ​ກອງ​ປະຊຸມ​ຈຳນວນ​ໜຶ່ງ​ເພື່ອ​ໂຄສະນາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ເຮັດ​ໃຫ້ວິ​ສາ​ຫະກິດຂອງ​ປະ​ເທດ​ສະມາ​ຊິກຂອງ​ຈີນ​ແລະອາ​ຊຽນ​ໄດ້​ຮູ້​ໂອກາດ​ວ່າ​ຈະ​ສາມາດ​ໃຊ້​ອັນ​ໃດ​ໄດ້​ແດ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ