ຈີນ​ກັບ​ອິນ​ໂດ​ເນ​ເຊຍຈະ​ຮ່ວມກັນຈັດ​ງານ​ວາງ​ສະ​ແດງ​ກິດຈະການ​ກົນ​ຈັກ​ຢູ່​ຈາ​ກາ​ຕາ

(GMT+08:00) 2010-03-12 15:18:02     cri
​ຕາ​ມຂ່າວ​ຊິນຮວາ:ໃນ​ວັນ​ທີ່26​​ເດືອ​ນພຶດສະ​ພາຈີນ​ກັບ​ອິນໂດ​ເນ​ເຊຍຈະ​ຮ່ວມກັນຈັດ​ງານ​ວາງ​ສະ​ແດງ​ເຄື່ອງກົນ​ຈັກ​ວິ​ສະວະ​ກຳ,ກົນ​ຈັກຂຸດຄົ້ນ​ບໍ່​ແຮ່​ແລະກົນ​ຈັກກໍ່ສ້າງ​ເຊິ່ງເປັນ​ກິ​ດຈະ​ກຳໜຶ່ງ​ທີ​ໃນ​ການສະ​ເຫຼີມສະ​ຫຼອງຈີນ​ກັບອິນ​ໂດເນ​ເຊຍ​​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູ​ດຄົບຮ​ອບ60ປີ.
ໃນ​ວັນ​ທີ່10​ມີນາ​ນີ້ສະພາ​ກຳມະການ​ຊຸກຍູ້​ການ​ຄ້າ​ສາກົນ​ຈີ​ນ, ສະພາການ​ຄ້າຮັບ​ເຫມົາ​ໂຄງ​ການ​ຕ່າງປະ​ເທດ​ຈີນ,ກະ​ຊວງ​ໂຍທາ​ສາທາລະນະ​ອິນ​ໂດ​ເນ​ເຊຍ​​ແລະສ​ະພາຮັບ​ເຫມົາ​ໂຄງ​ການ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​​ແລ​ະ​ໄດ້ຖະ​ແຫຼງ​​ວ່າ:ການ​ຈັດງານ​ວາງ​ສະ​ແດງຂະໜາດ​​ໃຫມ່​ເທື່ອນີ້​ແມ່ນ​ເພື່ອ​ຊຸກຍູ້​ພາກ​ລັດ​​ແລະ​ພາກ​ເອກະ​ຊົນ​ຂອງ​ສ​ອງປະ​ເທດ​​ໃຫ້​ມີ​ການຕິ​ດຕໍ່​ພົວພັນ​ຫຼາຍລະ​ດັບແລະ​ຫຼາຍຊ່ອງ​ທາງ​​ເພີ່ມຂຶ້ນ,​ເພີ່ມ​ທະວີ​​ແລະ​ເປີດ​ກວ້າງ​ຄວາມ​ເຂົ້າ​​ໃຈ​ແລະ​ການຮ່ວມມືກັນ​ຕື່ມ​ອີກ.​
ເຈົ້າໜ້​າທີ່ກະ​ຊວງ​ໂຍທາ​ສາທາລະນະ​ອິນ​ໂດ​ເນ​ເຊຍຫວັງ​ຢາກຊຸກຍູ້​ການຮ່ວມມື​ໃນ​ຂົງ​ເຂດ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​,​ເພີ່ມ​ການ​ລົງ​ທຶນ​ຂອງ​ຈີນຢູ່ອິນ​ໂດເນ​ເຊຍ​ຕື່ມ​ອີກ,​​ເພື່ອ​​ໃຫ້​ການຮ່​ວມມື​ດ້ານ​ການ​ຄ້​າຂ​ອງສ​ອງ​​​ຝ່າຍ​​ໄດ້ຮັບກາ​ນພັດທະນາ​ຢ່າ​ງວອງໄວ.​​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ