ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ, ​ໄທ​ຈະ​ບໍ່​ເກີດ​ສົງ​ຄາມ​ກາງ​ເມືອງ

(GMT+08:00) 2010-03-12 17:04:32     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 12 ມີນາ​ນີ້, ທ່ານສຸ​ເທບ ​ເທືອ​ກສຸບັນ, ຮອງ​ນາຍົກ​ລັດຖະ​ມົນຕີ​ໄທ​ທີ່​ຮັບຜິດຊອບວຽກ​ງານ​ຄວາມ​ໝັ້ນຄົງ​ກ່າວ​ວ່າ, ລັດຖະບານ​ຈະບໍ່​ໃຊ້​ກຳລັງ​ອາວຸດ​ຕໍ່​ຜູ້​ໂຮມ​ຊຸມນຸມ​ປະ​ທ້ວງ​ຂອງກຸ່ມ​ເສື້ອ​ແດງ ທີ່​ສະໜັບ​ສະໜູນ​ທ່ານ​ທັກສິນ​ ຊິນ​ນະ​ວັດ, ອະດີດ​ນາຍົກ​ລັດຖະ​ມົນຕີ​ໄທ, ​​ແລະໄທ​ກໍ່​ຈະ ບໍ່ເກີດ​ສົງ​ຄາມ​ກາງ​ເມືອງ.

ທ່ານສຸ​ເທບກ່າວ​ວ່າ, ທະຫານ​ຕຳຫຼວດ​ທີ່ຮັກສາ​ລະບຽບ​ກົດໝາຍ​ກັບ​ຜູ້​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງຈະ​ບໍ່​​ເກີດ​ການ​ປະ​ທະ​ກັນດ້ວຍ​ກຳລັງ​ຮຸນ​ແຮງ, ຖ້າຜູ້ນຳ​ກຸ່ມ​ເສື້ອ​ແດງຍຸຍົງ​ໃຫ້​ໃຊ້​ກຳລັງຮຸນ​ແຮງກໍ່​ຈະ​ຖືກ​ຈັບ, ທ່ານ​ຮຽກຮ້ອງ​ໃຫ້​ປະຊາຊົນ​ຢ່າ​ຕື່ນ​ຕົກ​ໃຈ.

ຕອນ​ເຊົ້າ​ວັນ​ທີ 12 ມີນາ​ນີ້, ກຸ່ມ​ເສືອ​ແດງ​ເລີ່​ມ​ໂຮມ​ຊຸມນຸມ​ຢູ່ຫຼາຍ​ແຫ່ງ​ຢູ່​ນອກ​ນະຄອນ​ບາງ​ກອກ, ກຽມ​​ເດີນທາງ​ເຂົ້າ​ໄປ​ບາງກອກ. ​ໃນ​ຂະນະ​ດຽວ​ກັນ, ທະຫານ​ຕຳຫຼວດ​ໄດ້ຈັດ​ຕັ້ງຈຸດ​ກວດກາ​ຢູ່ຕາມ​ທາງຫຼວງ​ສຳຄັນ​ທີ່​ເຂົ້າ​ໄປ​ສູ່​ນະຄອນ​ຫຼວງ​ບາງກອກ, ​ເລີ່​ມ​ກວດ​ກາ​ລົດຍົນ​ນັບແຕ່​ຕອນ​ກາງຄືນຂອງ​ວັນ​ທີ 11 ມີນາ​ນີ້, ​ມາ​ຮອດປະຈຸ​ບັນ, ຍັງ​ບໍ່​ທັນ​ປະກົດ​ເຫັນ​ການ​ກະ​ທຳ​ຜິດ​ກົດໝາຍ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ