ພະ​ນັກ​ງານ​ຊາວ​ໜຸ່ມ​ລາວ 40 ຄົນ​ຮ່ວມ​ຊຸດ​ອົບ​ຮົມ​ວຽກ​ງານ​ຢູ່​ກວາງ​ຊີ​ຈີນ

(GMT+08:00) 2010-03-12 17:11:30     cri
ຕາມ​ຂ່າວ CRI: ວັນ​ທີ 11 ມີນາ​ນີ້, ສະ​ຖາ​ບັນ​ແລກປ່ຽນ​ຊາວ​ໜຸ່ມ​ສາກົນ​ຂອງ​ເຂດ​ກວາງຊີ​ຈີນໄຂ​ຊຸດ​ອົບຮົມ​ສຳລັບ​ພະນັກງານ​ຊາວໜຸ່ມ​ສາກົນລະດັບ​ສູງ​ຊຸດ​ທີ 18, ພະນັກງານ​ຊາວໜຸ່ມ​ລາວ 40 ຄົນກໍ່​ໄດ້​ເຂົ້າ​ຊຸດ​ອົບຮົມ​ດັ່ງກ່າວ.

ພະນັກງານ​ຊາວໜຸ່ມ​ລາວ 40 ຄົນຊຸດ​ນີ້​ຕົ້ນຕໍ​​ແມ່ນ​ພະນັກງານ​ຂອງ​ສູນ​ກາງ​ຊາວໜຸ່ມ​ປະຊາຊົນປະຕິວັດ​ລາວ​ແລະ​ພະນັກງານ​ຊາວໜຸ່ມ​ຂອງ​ກະຊວງ​ຕ່າງໆ​ລັດຖະບານ​ລາວ. ​ໃນ​ໄລຍະ 2 ​ເດືອນ​, ​ເຂົາ​ເຈົ້າ​ຈະຮຽນ​ຄວາມຮູ້​ໃນ​ດ້ານ​ຕ່າງໆຂອງ​ຈີນ, ​ເຊັ່ນ: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ​ວິທະຍາສາດ​ເຕັກນິກ​ແລະ​ວຽກ​ງານ​ຊາວໜຸ່ມ​ເປັນ​ຕົ້ນ, ລົງ​ເລິກ​ສຳຫຼວດ​ສະພາບ​ການ​ພັດທະນາ​ຂອງ​ຊົນນະບົດ, ວິ​ສາ​ຫະກິດ, ​ໂຮງຮຽນ​ແລະ​ຄຸ້ມ​ຊຸມ​ຊົນຂອງ​ຈີນ, ​ດຳ​ເນີນ​ການ​ແລ​ກປ່ຽນ​ແລະ​ປຶກສາ​ຫາລື​ກັບ​ຊາວໜຸ່ມ​ແຫ່ງ​ຕ່າງໆ​ຂອງ​ຈີນ.

ນັບ​ແຕ່​ຈັດຊຸດ​ອົບຮົມ​ພະນັກງານ​ຊາວໜຸ່ມ​ສາກົນ​ລະດັບ​ສູງເຂດ​ກວາງຊີ​ໃນ​ປີ 2002 ​ເປັນ​ຕົ້ນ​ມາ, 10 ປະ​ເທດ​ອາຊຽນ​ໄດ້​ສົ່ງ​ພະນັກງານ​ຊາວໜຸ່ມມາ​​ເຂົ້າ​ຮ່ວມ​ການ​ອົບຮົມ. ​ໃນ​ນັ້ນ, ​ມີ​ຊາວໜຸ່ມ​ລາວ​ໄປ​ອົບຮົມ​ຢູ່​ສະ​ຖາ​ບັນ​ແລກປ່ຽນ​ຊາວໜຸ່ມ​ສາກົນ​​ເຂດ​ກວາງຊີ 160 ຄົນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ