ອິນ​ໂດ​ເນ​ເຊຍ​ກັບ​ອົສຕຼາລີ​ສຳ​ເລັດການປຶກສາຫາລືຄວາມ​ເປັນ​ໄປ​ໄດ້​ຂອງ​ສັນຍາ​ເຂດ​ການ​ຄ້າ​ເສລີ

(GMT+08:00) 2010-03-12 17:44:12     cri
ຕາມ​ຂ່າວCRI:​ໃນ​ວັນ​ທີ11​, ທ່ານ​ຊູຊີ​ໂລ ບຳບັງ ຢູ​ໂນ​ໂຢ​ໂນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ທີ່​ພວມ​ຢ້ຽມ​ຢາມ​ຢູ່ອົສຕຼາລີ​ແຈ້ງ​ໃຫ້​ຊາບ​ວ່າ: ອິນ​ໂດ​ເນ​ເຊຍ​ກັບ​ອົສຕຼາລີ​ໄດ້​ສຳ​ເລັດການ​ປຶ​ກສາ​ຫາລື​ຄວາມ​ເປັນ​ໄປ​ໄດ້​ຂອງ​ສັນຍາສ້າງ​ເຂດການ​ຄ້າ​ເສລີ,ປັດຈຸ​ບັນພວມ​ຄົ້ນ​ຄ້ວາໃນ​ລາຍ​ລະອຽດຕຶ່ມ.
ທ່ານ​ຊູຊີ​ໂລ​ໄດ້​ກ່າວ​ເນັ້ນ​ວ່າ,ການ​ພົວພັນ​ດ້ານ​ການ​ຄ້າ​ລະ​ຫວ່າງອິນ​ໂດ​ເນ​ເຊຍ​ກັບ​ອົສຕຼາລີສາມາດ​ຄໍ້າ​ຊູກັນ,​ການ​ຄ້າລະຫວ່າງ​ສອງ​ຝ່າຍ​ໄດ້​ເພິ່ມຂຶ້ນ​ຢ່າງ​ໄວວາ​ໃນ​ຊຸມ​ປີ​ມໍ່ໆມາ​ນີ້,​​ແຕ່​ວ່າ​ທຽບ​ໃສ່​ຄວາມ​ສຳ​ຄັນຂອງ​ສາຍ​ພົວພັນ​ຂອງທັງ​ສອງຝ່າຍ,​ເຫັນ​ວ່າສາມາດ​ພັດ​ທະນາ​ຕື່ມ​ອີກ​ກ້າວ​ຫນຶ່ງ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ